ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຕ່າງປະເທດອາຊຽນຄື: 1. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ; 2. ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 19; ແລະ 3. ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 23.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງຄວາມຄືບໜ້າການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ, ແລະ ການຈັດຕັ້ງປະຕິບັດ ບັນຫາບູລິມະສິດ ສໍາລັບການເປັນປະທານອາຊຽນຂອງໄທ ປີ 2019 ພາຍໃຕ້ຄຳຂວັນ: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ” ທີ່ເນັ້ນໃສ່ ການສ້າງປະຊາຄົມອາຊຽນໃຫ້ມີຄວາມຍືນຍົງໃນທຸກດ້ານ ແນ່ໃສ່ ນໍາຜົນປະໂຫຍດມາສູ່ປະຊາຊົນຂອງອາຊຽນ. ກອງປະຊຸມຄັ້ງນີ້ ຍັງໄດ້ຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ ແລະ ໃນທ່າມກາງໂຄງສ້າງພາກພື້ນທີ່ພວມຜັນແປ. ພ້ອມກັນນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບ ບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.
ໃນກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 19, ກອງປະຊຸມ ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ2025, ເຊີ່ງໂດຍລວມເຫັນວ່າມີຄວາມຄືບໜ້າໃນລະດັບດີ ໂດຍສະເພາະການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນອາຊຽນ. ສໍາລັບ ສປປ ລາວ ກໍໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໂດຍໄດ້ສຳເລັດການຈັດກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດໃນວັນທີ 2-3 ເມສາ 2019 ທີ່ ນະຄອນຫຼວງວຽງຈັນ. ໃນໂອກາດນີ້, ກອງປະຊຸມໄດ້ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ສືບຕໍ່ເພີ່ມທະວີການປະສານງານ ແລະ ເຮັດວຽກຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.
ໃນວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ, ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 23, ເຊິ່ງໄດ້ປຶກສາຫາລື ແລະ ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ທີ່ ສິງກະໂປ ຜ່ານມາ. ພ້ອມກັນນີ້, ກອງປະຊຸມໄດ້ປຶກສາຫາລືການກະກຽມດ້ານຕ່າງໆໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 34, ເຊິ່ງຈະເລີ່ມຂຶ້ນໃນຕອນບ່າຍຂອງວັນທີ 22 ແລະ ວັນທີ 23 ພຶດສະພາ 2019. ນອກນັ້ນ. ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາບັນດາເອກະສານ ແລະ ບົດລາຍງານເປັນຕົ້ນ: ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດລາຍງານຂອງມູນນິທິອາຊຽນ, ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບການປະຕິບັດວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງປະທານ ຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (ໄອເອໄອ) ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ 2025 ເພື່ອໃຫ້ຜູ້ນຳຮັບຊາບ ແລະ ຮັບຮອງເອົາ. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີຮັບຮອງເອົາທ່ານ Robert Matheus Michael Tene, ຈາກອິນໂດເນເຊຍ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບວຽກປະຊາຄົມ ແລະ ບໍລິຫານຄົນໃໝ່ ເຊິ່ງຈະດໍາລົງຕໍາແໜ່ງດັ່ງກ່າວ ໃນໄລຍະ 2019-2022.