ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ກອງປະຊຸມເຜີຍແຜ່ວຽກງານກວດກາທົ່ວປະເທດ ແລະ ສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2020 ແລະ 5 ປີ (2016-2020) ຂອງກະຊວງການຕ່າງປະເທດ

 

FmgivesSpeech1

FmgivesSpeechs2

FmgivesSpeechs3

 

ໂດຍປະຕິບັດແຈ້ງການແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 44/ຄກສພ, ລົງວັນທີ 15 ກຸມພາ 2021 ແລະ ການ​ນຳພາ-ຊີ້​ນໍາ ​ຂອງ​ຄະນະ​ພັກ-ຄະນະ​ນໍາ​ກະຊວງ​ການ​ຕ່າງປະ​ເທດ, ໃນວັນທີ 25 ສິງຫາ 2021, ກອງປະຊຸມເຜີຍແຜ່ວຽກງານກວດກາທົ່ວປະເທດ ແລະ ສະຫລຸບການເຄື່ອນໄຫວວຽກງານກວດກາ ຂອງກະຊວງການຕ່າງປະເທດ ປະຈຳປີ 2020 ແລະ 5 ປີ (​2016-2020) ໄດ້ຈັດຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເປັນ​ປະທານ​ຂອງ​ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະ​ພັກ-ຄະນະ​ນຳກະຊວງ, ບັນດາຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍຜ່ານລະບົບທາງໄກກັບ ຮອງເລຂາທິການໃຫຍ່ ສປຊ, ທັງເປັນ ເລຂາທິການບໍລິຫານງານ ຄະນະກຳມະທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP)

 

20210820 Lao FM - UN ESCAP - 4

20210820 Lao FM - UN ESCAP - 5

20210820 Lao FM - UN ESCAP - 6

 

ໃນວັນທີ 20 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກຮ່ວມກັບ ທ່ານ ນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ ສປຊ, ທັງເປັນ ເລຂາທິການບໍລິຫານງານ ຄະນະກຳມະທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP).

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

 

FMreceivedMongo

 

ໃນຕອນເຊົ້າຂອງວັນທີ 19 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລ໊ອດຕ໋ອດດຳບາ ກັກບັດລັກ (Lodoidamba Galbadrakh), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ    ມົງໂກລີ ປະຈຳ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487415
ມື້ນີ້83
ມື້ວານ167
ອາທິດນີ້1077
ເດືອນນີ້808