ໃນວັນທີ 05 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ, ພ້ອມທັງເຂົ້າຮ່ວມພິທີຮັບເອົາ ສະຫະຣາຊະອານາຈັກ ອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ (ແບບທາງໄກ).
* ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ
ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ການາດາ ໃນໄລຍະ 1 ປີຜ່ານມາ, ໂດຍສະເພາະການຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19ແລະ ການຟື້ນຟູເສດຖະກິດ ຫຼັງໂຄວິດ-19. ກອງປະຊຸມເຫັນດີສືບຕໍ່ຮ່ວມມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ການພັດທະນາແບບຍືນຍົງ, ການສຶກສາ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ ລວມທັງ ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ກອງປະຊຸມ ໄດ້ເຫັນດີຮ່ວມກັນໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ ໂດຍເນັ້ນໃສ່ການເສີມຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສອງຜ່າຍ ໂດຍສະເພາະແມ່ນການຊອກຫາຊ່ອງທາງ ໃນການເປີດການຄ້າເສລີລະຫວ່າງ ອາຊຽນ ແລະ ການາດາ. ພ້ອມດຽວກັນນີ້, ກອງປະຊຸມໄດ້ສະແດງຄວາມຂອບໃຈ ການາດາ ທີ່ໄດ້ສະໜອງອຸປະກອນທາງການເພດ ເຂົ້າໃນການປ້ອງກັນ ແລະ ການສະກັດກັ້ນພະຍາດໂຄວິດ ໃນໄລຍະຜ່ານມາໃຫ້ແກ່ອາຊຽນ ລວມທັງ ການປະກາດຊ່ວຍເຫຼືອອາຊຽນໃນການຮັບມືກັບພະຍາດ ໂຄວິດ-19 ເປັນຈໍານວນເງິນ 3.5 ລ້ານໂດລາ ການາດາ ໃນໄລຍະເວລາ 3 ປີ. ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາອື່ນໆ.
* ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ
ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັງປະຕິບັດການພົວພັນຮ່ວມມື ອາຊຽນ-ນິວຊີແລນ ຕະຫຼອດໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ນິວຊີແລນ ໄລຍະ 2021-2025, ເຊິ່ງກວມເອົາ 3 ເສົາຄ້ຳການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ; ການເຊື່ອມຈອດ; ການພັດທະນາຊັບພະຍາກອນມະນຸດ; ແລະ ອື່ນໆ. ພ້ອມນີ້, ກອງປະຊຸມເຫັນດີຈະສຸມໃສ່ບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກ ໂດຍສະເພາະ ການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19; ການຮ່ວມມືດ້ານເສດຖະກິດ-ການຄ້າ ເປັນຕົ້ນ ການສືບຕໍ່ຜັນຂະຫຍາຍເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA)ແລະ ສັນຍາການເປັນຄູ່ຮ່ວມເສດຖະກິດຮອບດ້ານຢູ່ລະດັບພາກພື້ນ (RCEP);ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານຂໍ້ລິເລິ່ມການເຊື່ອມໂຍງອາຊຽນ ສະບັບທີ 4 ຫຼື ແຜນປະຕິບັດງານໄອເອໄອ ສະບັບທີ່ 4;ການສະໜອງທຶນສືກສາໄລຍະສັ້ນ ແລະ ໄລຍະຍາວ; ການຫັນໄປສູ່ເສດຖະກິດດິຈີຕອນ; ການພັດທະນາແບບຍືນຍົງ ລວມທັງການພັດທະນາຕົວເມືອງອັດສະລິຍະອາຊຽນ ແລະ ອື່ນໆ.ນອກຈາກນີ້, ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ ຄວາມປອດໄພທາງໄຊເບີ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ ແລະ ບັນຫາອື່ນໆ.
* ພິທີຮັບເອົາ ສະຫະຣາຊະອານາຈັກອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ
ໃນຕອນແລງຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະເຂົ້າຮ່ວມພິທີຮັບເອົາ ສະຫະຣາຊະອານາຈັກອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ ເພື່ອເປັນການສືບຕໍ່ ເສີມຂະຫຍາຍການພົວພັນຮ່ວມມື ກັບບັນດາປະເທດນອກພາກພື້ນ ກໍຄື ນະໂຍບາຍຫັນສູ່ພາຍນອກຂອງ ອາຊຽນ. ປະຈຸບັນ ອາຊຽນ ມີການຮ່ວມມືກັບ 11 ຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ, ສປ. ຈີນ, ອິນເດຍ, ສະຫະພາບເອີຣົບ, ຍີ່ປຸ່ນ, ນິວຊີແລນ, ສ. ເກົາຫຼີ, ຣັດເຊຍ, ສະຫະຣາຊະອານາຈັກອັງກິດ ແລະ ສະຫະລັດ ອາເມລິກາ.
************************