ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບ ຮອງປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ

 

20210804 VP Swiss - 1

ໃນວັນທີ 04 ສິງຫາ 2021​, ທີ່ ຫ້ອງວ່າການປະທານປະເທດ, ພະນະທ່ານທອງລຸນສີສຸລິດ, ປະທານປະເທດແຫ່ງລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານອິນາຊີໂອກາດ​​ສິ, ​ຮອງປະທານາທິບໍດີ, ລັດຖະມົນຕີ​​ກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມທາງການຢູ່ລາວໃນວັນທີ3-4 ສິງຫາ 2021.

ໃນໂອກາດດັ່ງກ່າວ,ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ພະນະທ່ານ ອິນາຊີໂອ ກາດ​​ສິພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມທາງການຢູ່ ສປປ ລາວ ໃນຄັ້ງນີ້,ຊຶ່ງເປັນມິດໝາຍອັນດີ ໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະພາບແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ​ ​ລາວ-ສະວິດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ. ພ້ອມນັ້ນ, ພະນະທ່ານ ປະທານປະເທດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນສະວິດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນ ຂົງເຂດກະສິກຳ ແລະ ຄ້ຳປະກັນສະບຽງອາຫານ; ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ; ອາຊີວະສຶກສາ, ການຈ້າງງານ ແລະ ການພັດທະນາສີມືແຮງງານ.ໃນໂອກາດດຽວກັນ, ພະນະທ່ານຮອງປະທານາທິບໍດີ, ລັດຖະມົນຕີ​​ກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດ ກໍ່ໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນຄັ້ງນີ້ ພ້ອມທັງສະແດງຄວາມເຫັນດີເປັນເອກະພາບ ກ່ຽວກັບ ການຕີລາຄາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ​ ແລະ ການ​ຮ່ວມ​ມື​ມາ​ແຕ່​ຍາວ​ນານ ລະຫວ່າງລາວ-ສະວິດ.

 

20210804 VP Swiss - 2

20210804 VP Swiss - 3

 

ໃນວັນດຽວກັນ, ພະນະທ່ານຮອງປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດ ກໍໄດ້ພົບປະກັບ ພະນະທ່ານສອນໄຊສີພັນດອນ, ຮອງນາຍົລັດຖະມົນຕີ, ລັດຖະມົນຕີກະຊວງແຜການແລະການລົງທຶນແຫ່ງ ສປປ ລາວ, ທີ່ ກະຊວງແຜນການ ແລະ ການລົງທຶນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຊຶ່ງມີລັກສະນະຕັ້ງໜ້າພ້ອມທັງມີຈຸດສຸມ ແລະ ມີລະດັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ມີເປົ້າໝາຍໃນການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ສອງຝ່າຍໄດ້ລົງນາມຮ່ວມກັນໃນສັນຍາ​​ ວ່າດ້ວຍການຮ່ວມມືດ້ານເຕັກນິກ, ວັດທະນະທຳ, ເສດຖະກິດແລະການເງິນແລະການຊ່ວຍເຫຼືອດ້ານມະນຸດສະທຳລະຫວ່າງລັດຖະບານລາວແລະລັດຖະບານສະວິດໄລຍະປີ2022-2025ລວມມູນຄ່າປະມານ 65 ລ້ານໂດລາສະຫະລັດ, ຊຶ່ງເປັນການຊ່ວຍເຫຼືອໃນຂອບໃໝ່ເພື່ອໃຫ້ສອດ​​ຄ່ອງກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​-ສັງຄົມແຫ່ງຊາດ ສະທີ 9.

 

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພະນະທ່ານຮອງປະທານາທິບໍດີ, ລັດຖະມົນຕີ​​ກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມສູນຈໍາກັດບໍລິເວນ (ຫຼັກ 27) ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳທີ່ສຳຄັນຕ່າງໆໃນນະຄອນຫຼວງວຽງຈັນ ເຊັ່ນ: ພະທາດຫຼວງວຽງຈັນ, ພິພິທະພັນ ຫໍພະແກ້ວ ແລະ ຫໍພິພິະພັນ ວັດສີສະເກດ.

*******************

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487412
ມື້ນີ້80
ມື້ວານ167
ອາທິດນີ້1074
ເດືອນນີ້805