ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ວຽກງານກວດກາທົ່ວປະເທດ ແລະ ສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2020 ແລະ 5 ປີ (2016-2020) ຂອງກະຊວງການຕ່າງປະເທດ

 

FmgivesSpeech1

FmgivesSpeechs2

FmgivesSpeechs3

 

ໂດຍປະຕິບັດແຈ້ງການແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 44/ຄກສພ, ລົງວັນທີ 15 ກຸມພາ 2021 ແລະ ການ​ນຳພາ-ຊີ້​ນໍາ ​ຂອງ​ຄະນະ​ພັກ-ຄະນະ​ນໍາ​ກະຊວງ​ການ​ຕ່າງປະ​ເທດ, ໃນວັນທີ 25 ສິງຫາ 2021, ກອງປະຊຸມເຜີຍແຜ່ວຽກງານກວດກາທົ່ວປະເທດ ແລະ ສະຫລຸບການເຄື່ອນໄຫວວຽກງານກວດກາ ຂອງກະຊວງການຕ່າງປະເທດ ປະຈຳປີ 2020 ແລະ 5 ປີ (​2016-2020) ໄດ້ຈັດຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເປັນ​ປະທານ​ຂອງ​ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະ​ພັກ-ຄະນະ​ນຳກະຊວງ, ບັນດາຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ບຸນເຫຼືອ ພັນດານຸວົງ, ຄະນະປະຈຳພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຜີຍແຜ່ເຊື່ອມຊືມເນຶ້ອໃນ ເອກະສານປາຖະກະຖາລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (ວັນທີ 16 ກຸມພາ 198216 ກຸມພາ 2021) ແລະ ຍົກໃຫ້ ເຫັນຜົນງານ ແລະ ດ້ານຄົງຄ້າງ ແລະ ບົດຮຽນຖອດຖອນ ໃນການເຄື່ອນໄຫວວຽກງານກວດກາທົ່ວປະເທດ 5 ປີ (2016-2020), ປະຈຳປີ 2020 ແລະ ທິດທາງຄາດໝາຍສູ້ຊົນວຽກງານກວດກາປີ 2021 ຂອງຄະນະກວດກາສູນກາງພັກ.

ພ້ອມນັ້ນ, ກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ໄລຍະ 5 ປີ (2016-2020), ປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວສຳລັບປີ 2021 ຂອງກະຊວງການຕ່າງປະເທດ. ເຊິ່ງຕະຫຼອດ 5 ປີຜ່ານມາ ວຽກງານກວດກາໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ແລະ ເປັນປົກກະຕິຂອງຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ເປັນຕົ້ນໄດ້ເຜີຍແຜ່ບັນດາ ມະຕິຂອງພັກ, ນິຕິກໍາທີ່ກ່ຽວຂ້ອງກັບວຽກງານຕິດຕາມ, ກວດກາ, ຕ້ານພະຍາດອາດຍາສິດ, ກົດໝາຍວ່າດ້ວຍການກວດກາລັດ, ຕ້ານການສໍ້ລາດບັງຫຼວງ ກໍຄືຍຸດທະສາດການຕ້ານການສໍ້ລາດບັງຫຼວງ ຮອດປີ 2020 ເພື່ອຍົກສູງຄວາມເຂົ້າໃຈຂອງຖັນແຖວສະມາຊິກພັກ, ພະນັງການ-ລັດຖະກອນ ຕໍ່ບົດບາດ ແລະ ຄວາມສໍາຄັນຂອງວຽກງານກວດກາ. ໄດ້ດໍາເນີນການຕິດຕາມ-ກວດກາປົກກະຕິ, ກວດກາຕາມຄໍາສັ່ງ ແລະ ກວດກາສະເພາະກິດວຽກພັກ-ລັດ ຕໍ່ໝາຍເປົ້າ ທີ່ຢູ່ພາຍໃນກະຊວງ ແລະ ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 81 ເປົ້າໝາຍ; ຜ່ານການເຄື່ອນໄຫວກວດກາຕົວຈິງ ເຫັນວ່າຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ, ພ້ອມທັງ ມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີຕໍ່ວຽກງານວດກາ, ເຊິ່ງສາມາດຕີລາຄາວ່າ ສະພາບການພາຍໃນກະຊວງການຕ່າງປະເທດມີຄວາມສະຫງົບ, ມີຄວາມໂປ່ງໃສໃນການນຳພາ-ຊີ້ນຳ ແລະ ມີຄວາມສາມັກຄີເອກະພາບໃນການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຮອບດ້ານ ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ.

ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນ 5 ປີ ແລະ ເນັ້ນໃຫ້​ຄະນະພັກ-ຄະນະນຳທຸກຂັ້ນ ມີຄວາມເຂົ້າ​ໃຈ​ເລິກ​ເຊິ່ງ ຕໍ່ພາລະ​ບົດບາດຄວາມສຳຄັນຂອງວຽກງານຕິດຕາມ, ກວດກາ, ຕີຖອຍທັດສະນະແນວຄິດຖືເບົາຕໍ່ວຽກງານກວດກາ, ສືບຕໍ່ບຸກລະດົມໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມວຽກງານກວດກາ ຢ່າງເປັນຂະບວນ. ສືບຕໍ່ປະຕິບັດວຽກງານກວດກາປົກກະຕິວຽກພັກ-ວຽກລັດ ຢ່າງມີຈຸດສຸມ ແລະ ມີຄວາມເອກະພາບ, ກວດກາໃຫ້ເຫັນໄດ້ປັດໃຈທີ່ສົງເສີມ, ປັບປຸງແກ້ໄຂໄດ້ຈຸດປົກຜອງຢ່າງພາວະວິໄສ ແລະ ຮັກສາໄດ້ຄວາມສາມັກຄີພາຍໃນ. ພ້ອມນັ້ນ ກໍ່ໃຫ້ມີການປັບປຸງການຈັດຕັ້ງ, ມີການປະສານງານລະຫວ່າງສາຍຕັ້ງ-ສາຍຂວາງຢ່າງເປັນລະບົບ ແລະ ສືບຕໍ່ບໍາລຸງກໍ່ສ້າງພະນັກງານ-ລັດຖະກອນທີ່ເຮັດວຽກງານກວດກາໃຫ້ເຂັ້ມແຂງຕໍ່ເນື່ອງ ເພື່ອຮັບປະກັນໃນການເປັນເສນາທິການວຽກງານກວດກາໃຫ້ຄະນະພັກ-ຄະນະນໍາແຕ່ລະຂັ້ນ ແລະ ຕັ້ງໜ້າປະຕິບັດຕາມການຊີ້ນໍາຂອງຄະນະກວດກາສູນກາງພັກ, ອົງການກວດການລັດຖະບານ ແລະ ຕາມການແນະນໍາອົງການກວດສອບແຫ່ງລັດ ແລະ ເອົາໃຈໃສ່ປະຕິບັດທິດທາງ ແລະ ຄາດໝາຍສູ້ຊົນທີ່ກອງປະຊຸມວຽກງານກວດກາທົ່ວປະເທດ ກໍ່ຄືຂອງກະຊວງການຕ່າງປະເທດ ວາງອອກໃຫ້ໄດ້ຮັບຜົນດີ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490284
ມື້ນີ້50
ມື້ວານ261
ອາທິດນີ້1483
ເດືອນນີ້3677