ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

 

FMreceivedMongo

 

ໃນຕອນເຊົ້າຂອງວັນທີ 19 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລ໊ອດຕ໋ອດດຳບາ ກັກບັດລັກ (Lodoidamba Galbadrakh), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ    ມົງໂກລີ ປະຈຳ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ທ່ານທູດ ລ໊ອດຕ໋ອດດຳບາ ກັກບັດລັກ ທີ່ໄດ້ສໍາເລັດຫນ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະ 6 ປີກວ່າ ຜ່ານມາ (12 ກັນຍາ 2015 - 7 ກັນຍາ 2021), ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ພິເສດ ສອງປະເທດ ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນເດືອນຕຸລາ 2017 ຜ່ານມາ. ຕະຫຼອດໄລຍະ 6 ປີກວ່າ ຂອງການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ, ທ່ານທູດ ລ໊ອດຕ໋ອດດຳບາ ກັກບັດລັກໄດ້ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນແມ່ນ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆຂອງສອງຝ່າຍ ເຊັ່ນ: ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ນາງ ບັດເຊເຊັກ ບັດເມີງ (BATTSETSEG BATMUNKH), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ໃນປີ 2017 ແລະ ການໄປຢ້ຽມຢາມທາງການ ມົງໂກລີ ຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໃນປີ 2017 ຜ່ານມາ; ປະກອບສ່ວນຊຸກຍູ້ໃຫ້ແກ່ ການລົງນາມແລກປ່ຽນນັກສຶກສາ ໃນປີ 2017 ທີ່ ມົງໂກລີ, ການລົງນາມສັນຍາແລກປ່ຽນ ວ່າດ້ວຍ ການແລກປ່ຽນນຳໃຊ້ອາຄານສຳນັກງານ ແລະ ທີ່ດິນສະຖານທູດຂອງສອງປະເທດ, ຊຸກຍູ້ການເຊັນສັນຍາ ວ່າດ້ວຍ ການຮ່ວມມື ລະຫວ່າງ ສະຖາບັນສັດຕະວະແພດ ແຫ່ງ ມົງໂກລີ ແລະ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ໃນປີ 2018, ຊຸກຍູ້ການສ້າງເນື້ອໃນບົດບັນທຶກ ວ່າດ້ວຍ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ; ພ້ອມນີ້, ລັດຖະບານ ມົງໂກລີ ຍັງໄດ້ສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈຳຢູ່ ໂຮງຫມໍມິດຕະພາບ ລາວ-ມົງໂກລີ ທີ່ແຂວງຊຽງຂວາງ ເພື່ອປິ່ນປົວສຸຂະພາບໃຫ້ປະຊາຊົນລາວ, ຊ່ວຍຍົກລະດັບຄວາມຮູ້ ແລະ ເພີ່ມຂີດຄວາມສາມາດໃຫ້ແກ່ຊ່ຽວຊານດ້ານການຜ່າຕັດ ແລະ ສຸກເສີນ ໃຫ້ແກ່ແພດຫມໍຂອງລາວ. ນອກຈາກນີ້, ທ່ານທູດ ຍັງໄດ້ປະກອບສ່ວນຊຸກຍູ້ໃຫ້ລັດຖະບານມົງໂກລີ ໃນການມອບແກະ ຈຳນວນ 1050 ໂຕ ເປັນຂອງຂວັນໃຫ້ແກ່ ລັດຖະບານລາວ ແລະ ຍັງໄດ້ຊ່ວຍເຫຼືອວັກຊິນປິ່ນປົວພະຍາດສັດ ຈຳນວນ 100 ລິດ ເພື່ອນຳໃຊ້ເຂົ້າໃນການປິ່ນປົວສັດຢູ່ແຂວງຊຽງຂວາງ ແລະ ຫຼວງພະບາງ.

ໃນໂອກາດດຽວກັນນີ້ທ່ານທູດ ລ໊ອດຕ໋ອດດຳບາ ກັກບັດລັກກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດຖະບານແລະປະຊາຊົນລາວໂດຍສະເພາະ ກະຊວງການຕ່າງປະເທດທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ສປປລາວ ແລະ ມົງໂກລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490283
ມື້ນີ້49
ມື້ວານ261
ອາທິດນີ້1482
ເດືອນນີ້3676