ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ກັບ ຄູ່ຮ່ວມເຈລະຈາ

 

ASEAN6-0

ASEAN6-1

ASEAN6-2

ASEAN6-3

ASEAN6-4

ASEAN6-5

 

ໃນວັນທີ 4 ສິງຫາ 2021, ທ່ານ ສະເຫຼີໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພະຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ກັບ ຄູ່ເຈລະຈາ: ກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ສະຫະລັດ, ກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຣັດເຊຍ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ກອງປະຊຸມສຸດຍອດ ອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 11 ແບບທາງໄກ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ບັນດາລັດຖະມົນຕີຕ່າງປະເທດ ຄູ່ຮ່ວມເຈລະຈາ ອາຊຽນ.

1.ກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ສະຫະລັດ

ໃນນາມ ທີ່ ສປປ ລາວ ເປັນ ປະເທດປະສານງານ ການພົວພັນຮ່ວມມື ອາຊຽນ-ສະຫະລັດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ, ພ້ອມທັງໄດ້ກ່າວຄໍາເຫັນລວມ (ASEAN Common Statement) ຂອງ ອາຊຽນ ຕໍ່ກອງປະຊຸມດັ່ງກ່າວ, ໂດຍມີເນື້ອໃນບາງຕອນທີ່ສໍາຄັນເປັນຕົ້ນແມ່ນ ໄດ້ຂອບໃຈ ສະຫະລັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອາຊຽນ ໃນການຮັບມືກັບພະຍາດລະບາດ ໂຄວິດ-19 ເປັນມູນຄ່າ 96 ລ້ານໂດລາສະຫະລັດ ໃນນັ້ນລວມມີທັງການມອບວັກແຊັງ ແລະ ເຄື່ອງມືທາງການແພດອື່ນໆໃຫ້ແກ່ ອາຊຽນ ແລະ ຍິນດີຕໍ່ຂໍ້ສະເໜີຂອງ ສະຫະລັດ ໃນການຂະຫຍາຍການຮ່ວມມືກັບ ອາຊຽນ ໃນຂົງເຂດທີ່ເປັນບູລິມະສິດ ໄດ້ແກ່ ພະລັງງານ, ສິ່ງແວດລ້ອມ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ, ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ການຄົມມະນາຄົມຂົນສົ່ງ.

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ສະຫະລັດ ໃນໄລຍະ 1 ປີ ທີ່ຜ່ານມາ ໂດຍສະເພາະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ໃນເດືອນພະຈິກ 2020 ແລະ ຜົນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ສະຫະລັດ. ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນ-ຂ່າວສານ, ມາດຕະການ ແລະ ບົດຮຽນທີ່ດີໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການຈະສືບຕໍ່ຮ່ວມມືກັນໃນການຄົ້ນຄ້ວາ ແລະ ພັດທະນາ ໃນການຜະລິດ ແລະ ເຂົ້າເຖິງຢາປົວພະຍາດ ກໍ່ຄື ຢາວັກແຊັງປ້ອງກັນພະຍາດໂຄວິດ-19, ສະໜັບສະໜຸນຊ່ວຍເຫຼືອ ກອງທຶນສຸກເສີນອາຊຽນຕ້ານພະຍາດໂຄວິດ-19; ຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ; ແລະ ການຜັນຂະຫຍາຍ ແຜນຟື້ນຟູ ເສດຖະກິດ ຮອບດ້ານ ອາຊຽນ ຫຼັງໂຄວິດ-19.

ກອງປະຊຸມຄັ້ງນີ້ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ລະດັບພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ: ການກໍ່ການຮ້າຍ, ຄວາມໝັ້ນຄົງທາງອິນເຕີເນັດ, ການຂະຫຍາຍຕົວຂອງໂຄງສ້າງພາກພື້ນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາອື່ນໆ.

2.ປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າໃນການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີໃນເດືອນພະຈິກ 2020 ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ອົດສະຕຣາລີ, ໃນ 1 ປີ ຜ່ານມາ. ບັນດາປະເທດອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ອົດສະຕຣາລີ ມູນຄ່າ 1ລ້ານໂດລາອົດສະຕຣາລີ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19 ASEAN Response Fund) ແລະ 21 ລ້ານໂດລາອົດສະຕຣາລີ ເຂົ້າໃນວຽກຄຸ້ມຄອງ-ບໍລິຫານ ສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ (ACPHEED) ເພື່ອສົ່ງເສີມຄວາມພະຍາຍາມຂອງອາຊຽນ ໃນການຮັບມື ແລະ ຕ້ານກັບການແຜ່ລະບາດຂອງພະຍາດ ໂຄວິດ-19.

ກອງປະຊຸມ ເຫັນດີສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ເປັນຕົ້ນ: ຂະແໜງສາທາລະນະສຸກ    ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ລວມທັງ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງ; ການຟື້ນຟູເສດຖະກິດ ຫຼັງໂຄວິດ-19; ການຫັນໄປສູ່ເສດຖະກິດດິຈີຕອນ; ການເຊື່ອມຈອດອາຊຽນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດແຜນປະຕິບັດງານໄອເອໄອ (IAI) ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ລວມທັງ ແຜນງານໂຄງການພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຮ່ວມມືເພື່ອຕ້ານການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ຄວາມໝັ້ນຄົງທາງໄຊເບີ ແລະ ອື່ນໆ. ນອກນີ້, ລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ຍັງໄດ້ຮ່ວມກັນປືກສາຫາລື ກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ທີ່ຈະມາເຖິງ ໃນເດືອນຕຸລາ 2021 ນີ້.         ໃນໂອກາດນີ້, ສປປ ລາວ ຈະຮັບໜ້າທີ່ເປັນປະເທດປະສານງານການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ນັບແຕ່ປີ 2021 ເຖິງ 2024.

3.ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ

ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ໄລຍະ 2021-2025ແລະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 17 ແບບທາງໄກ ໃນປີ 2020, ໂດຍສະເພາະຄວາມພະຍາຍາມຂອງ ອາຊຽນ ແລະ ອິນເດຍ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19      ຢູ່ພາກພື້ນ.ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລື ແລະ ເປັນເອກະພາບກັນຕໍ່ທິດທາງແຜນການຮ່ວມມື ອາຊຽນ-ອິນເດຍ ໃນຕໍ່ໜ້າ ໂດຍສະເພາະແມ່ນ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງ ການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ; ການຟື້ນຟູເສດຖະກິດຮອບດ້ານ; ການຮັບປະກັນຕ່ອງໂສ້ການຜະລິດ ແລະ ການສະໜອງສິນຄ້າ; ການເຊື່ອມຈອດອາຊຽນ; ການຫັນໄປສູ່ເສດຖະກິດດິຈິຕອນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະການສຶກສາ; ແລະ ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງໄຊເບີ ແລະ ອື່ນໆ.

4.ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຣັດເຊຍ

ກອງປະຊຸມ ໄດ້ຕີລາສູງຕໍ່ກັບການພົວພັນຮ່ວມມືອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິດບັດແຜນປະຕິບັດງານອາຊຽນ-ຣັດເຊຍສຳລັບປີ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ-ສັງຄົມ. ນອກນີ້, ສອງຝ່າຍ ອາຊຽນ ແລະ ຣັດເຊຍ ຈະສືບຕໍ່ເພີ່ມທະວີການຮ່ວມມື ໃນບາງຂະແໜງການບູລິມະສິດເປັນຕົ້ນ: ຂະແໜງສາທາລະນະສຸກ ໂດຍສະເພາະ ການຊ່ວຍເຫຼືອຢາວັກແຊັງໃຫ້ແກ່ອາຊຽນ, ກໍ່ຄືການຄົ້ນຄວ້າ ແລະ ຜະລິດຢາວັກແຊັງ ຮ່ວມກັບ ອາຊຽນ.

ກອງປະຊຸມໄດ້ ເຫັນດີ ຕໍ່ຂໍ້ສະເໜີເພື່ອຈັດກອງປະຊຸມສຸດຍອດອາຊຽນ-ຣັດເຊຍ ເພື່ອສະເຫຼີມສະຫຼອງການຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 30 ປີ ແລະ 25 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ຣັດເຊຍ ໃນເດືອນ ຕຸລາ 2021. ພ້ອມທັງ ປືກສາຫາລືເອກະສານຜົນຂອງກອງປະຊຸມສຸດຍອດດັ່ງກ່າວ ໂດຍສະເພາະ ການພິຈາລະນາ ຮັບຮອງເອົາແຜນປະຕິບັດງານ ອາຊຽນ-ຣັດເຊຍ ສະບັບໃໝ່ 2021-2025 ແລະ ກິດຈະກໍາ ການສະເຫຼີມສະຫຼອງໂອກາດສໍາຄັນດັ່ງກ່າວ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ເປັນຕົ້ນ: ຄວາມປອດໄພທາງໄຊເບີ, ການຂະຫຍາຍໂຄງສ້າງພາກພື້ນ, ການຕໍ່ຕ້ານການກໍ່ການຮ້າຍ ແລະ ອື່ນໆ.

5.ກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ກອງປະຊຸມ ສຸດຍອດ ອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 11

ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຜັນຂະຫຍາຍຜົນກອງປະຊຸມສຸດຍອດ ອີເອເອັດສ ໃນເດືອນຕຸລາ 2020 ພາຍໃຕ້ການເປັນປະທານຂອງ ຫວຽດນາມ ແລະ ການຈັດຕັ້ງປະຕິບັດ ຂະແໜງການບູລິມະສິດ ຂອງຂອບການຮ່ວມມືດັ່ງກ່າວ: ພະລັງງານ, ສຶກສາ, ການເງິນ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການຄຸ້ມຄອງໄພທໍາມະຊາດ ແລະ ການເຊື່ອມຈອດ.

ກອງປະຊຸມ ໄດ້ແລກປ່ຽນບົດຮຽນ ກ່ຽວກັບ ມາດຕະການໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການແກ້ໄຂຜົນກະທົບດ້ານເສດຖະກິດຫຼັງໂຄວິດ-19 ແນ່ໃສ່ສົງເສີມການຄ້າ, ການລົງທຶນ ແລະ ການສະໜອງສິນຄ້າ ແລະ ຢາປົວພະຍາດ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຊາບຄວາມຄືບໜ້າໃນການຮ່າງ 3 ເອກະສານຜົນກອງປະຊຸມສຸດຍອດ ອີເອເອັດສ ຄັ້ງທີ 16 ຄື: ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຮ່ວມມືທາງດ້ານສຸຂະພາບທາງຈິດໃຈ; ຖະແຫຼງການຜູ້ນໍາ ອີເອເອັດສວ່າດ້ວຍ ການເຕີບໂຕຂອງເສດຖະກິດ ໂດຍຜ່ານ ການຟື້ນຟູດ້ານການທ່ອງທ່ຽວ; ແລະ ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຟື້ນຟູສີຂຽວ ເພື່ອກ້າວໄປສູ່ອານາຄົດທີ່ຍືນຍົງ ແລະ ເຂັ້ມແຂງ ໃນເດືອນຕຸລາ 2021 ທີ່ຈະມາເຖິງນີ້.

ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຢຶດຖືຫຼັກການການຮ່ວມມືຫຼາຍຝ່າຍ ໃນການຮັບມື ແລະ ແກ້ໄຂ ສິ່ງທ້າທາຍ ແລະ ຜົນກະທົບຈາກ ພະຍາດໂຄວິດ-19 ຕໍ່ການຂະຫຍາຍຕົວ ທາງດ້ານເສດຖະກິດ, ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ກໍຄືການປະກອບສ່ວນໃຫ້ແກ່ຄວາມພະຍາຍາມລວມ ໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກຂອງ ພາກພື້ນ ແລະ ໃນໂລກ.

ກອງປະຊຸມ ໄດ້ແລກປ່ຽນຄໍາເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມຄວາມສົນໃຈຮ່ວມກັນ ເປັນຕົ້ນ ການປ່ຽນແປງດິນຟ້າອາກາດ, ການຕໍ່ຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ຄວາມປອດໄພທາງໄຊເບີ ແລະ ບັນຫາອື່ນໆພ້ອມທັງກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດ ອີເອເອັດສ ທີ່ຈະມາເຖິງ ໃນເດືອນຕຸລາ 2021 ນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487412
ມື້ນີ້80
ມື້ວານ167
ອາທິດນີ້1074
ເດືອນນີ້805