ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ແອນນາ ເອັດສເຕີ ວຽນທ໌ ວານເດັດສ (Enna Esther Viant Valdes), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດກູບາ ປະຈໍາ ສປປ ລາວ ຄົນໃໝ່.
ໃນວັນທີ 02 ມິຖຸນາ 2022, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ສີຈັນ ວິພາວັນ, ໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດພະວະສິຣະເກົ້າເຈົ້າຢູ່ຫົວ ແລະ ພຣະຣາຊີນີ ແຫ່ງ ຣາຊະອານາຈັກໄທ ແລະ ເຂົ້າຢ້ຽມຂ່ຳນັບ ກົມສົມເດັດພະກະນິຖາທິລາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍລົມຣາຊະກຸມລີ ແຫ່ງ ຣາຊະອານາຈັກໄທ, ໃນໂອກາດເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນຖານະແຂກຂອງລັດຖະບານ, ໂດຍການນຳພາເຂົ້າຢ້ຽມຂ່ຳນັບ ໃນຄັ້ງນີ້ ຂອງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ພັນລະຍາ ທ່ານ ນາງ ວະຣາພອນ ຈັນໂອຊາ.