ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດແຫ່ງ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 ໃນຮູບເເບບທາງໄກ

 

Thongloun NEKEI27 5 2022 3

Thongloun NEKEI27 5 2022 49

Thongloun NEKEI27 5 2022 50

 

ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານປະເທດ ​ແຫ່ງ ສປປ ລາວ ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ ວ່າດ້ວຍອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 27 ​ໃນ​ຮູບ​ແບບ​ກອງ​ປະຊຸມ​ທາງ​ໄກ, ພາ​ຍ​ໃຕ້​ຫົວຂໍ້: “ບົດບາດໃໝ່ຂອງອາຊີ ໃນໂລກທີ່    ແບ່ງຂົ້ວ (Redefining Asia’s role in a divided world)”, ​​ຈັດ​ຂຶ້ນໂດຍສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI), ໃນ​ວັນ​ທີ 26-27 ພຶດສະພາ 2022, ​ທີ່​ນະຄອນຫຼວງໂຕ​ກຽວ, ປະ​ເທດ​ຍີ່​ປຸ່ນ​. ໃນກອງປະຊຸມຄັ້ງນີ້ ໄດ້ມີການນຳ, ອະດີດການນຳຂອງບັນດາປະເທດໃນພາກພື້ນອາຊີ ກໍ່ຄືຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສື່ມວນຊົນ, ນັກຄົ້ນຄວ້າ ເຂົ້າຮ່ວມຢ່າງຫຼວງຫຼາຍ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອແລກປ່ຽນທັດສະນະຕໍ່ກັບສະພາບການທີ່ເກີດຂຶ້ນໃນປະຈຸບັນ ແລະ ຊຸກຍູ້ບົດບາດຂອງອາຊີຕໍ່ໂລກຄືແນວໃດ ດ້ວຍເປົ້າໝາຍອັນດຽວກັນ ແລະ ສອດຄ່ອງກັນ.

 

 

ໃນ​ກອງປະຊຸມຄັ້ງນີ້​​ ພະນະ​ທ່ານ ປະທານປະເທດ ໄດ້ກ່າວປາ​ໄສຜ່ານ​ສື່​ອີ​ເລັກ​ໂຕຼນິກ (Online) ​​​ເຊິ່ງມີ          ​ເນື້ອ​ໃນ​ສ່​ອງ​ແສງ​ໃຫ້​ເຫັນ​ເຖິງສະພາບ​ການປະຈຸ​ບັນ​ທີ່​ໂລກ​ກຳລັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ, ສັບສົນ, ຄວາມ​ຂັດ​ແຍ່ງ, ​ແບ່ງ​ຂົ້ວ ​ເຊິ່ງສະພາບ​ການ​ທີ່​ທ້າ​ທາຍ​ດັ່ງກ່າວ​ມັນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ກໍ່​ຄື​ພາກ​ພື້ນ​ອາຊີໃນຖານະເປັນຫົວຈັກ ຂັບເຄື່ອນທີ່ສຳຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ທັງເປັນຜູ້ລິເລີ່ມສ້າງຕັ້ງຫລາຍກົນໄກການຮ່ວມມືໃໝ່ທີ່ກວ້າງຂວາງ ແລະ ຮອບດ້ານ ຄວນສືບຕໍ່ຍົກສູງບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍດັ່ງກ່າວ ແນໃສ່ເພື່ອປົກປ້ອງ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ເຄົາລົບເຊິ່ງກັນ ແລະ ກັນ, ສ້າງສັນ ພ້ອມ​ທັງສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່ການພັດທະນາ, ການ​ເຊື່ອມ​ໂຍງ, ການ​ເຊື່ອມ​ຈອດ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມກັນນີ້,  ພະນະທ່ານ ປະທານປະເທດ ກໍ່ໄດ້ຍົກໃຫ້ເຫັນວ່າ ອາຊີ  ຄວນ​ສືບ​ຕໍ່ຮ່ວມແຮງຮ່ວມໃຈກັນ ໃນການເພີ່ມທະວີການຮ່ວມມື ແລະ ຄວາມພະຍາຍາມໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ ດ້ວຍການແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ        ໂດຍສັນຕິວິທີໂດຍຜ່ານການເຈລະຈາ ແລະ ປຶກສາຫາລືແບບສ້າງສັນ ບົນພື້ນຖານ ຂອງການເຄົາລົບນັບຖືເຊິ່ງກັນ    ແລະ ກັນ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມ​ທັງ ສືບຕໍ່ຮ່ວມມືກັນ ຟື້ນຟູສະພາບເສດຖະກິດ-ສັງຄົມ  ອັນເນື່ອງມາຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຖືໂອກາດນີ້ສະແດງຄວາມ ຂອບໃຈຕໍ່ປະເທດເພື່ອນມິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການປະກອບສ່ວນອັນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ​.

 

ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານປະເທດ ​ແຫ່ງ ສປປ ລາວ ​ໄດ້ເຂົ້າຮ່ວມກອງປະຊຸມສາກົນ​ວ່າອະນາຄົດ​ຂອງ​ອາຊີ​ລວມ​ຄັ້ງນີ້ເປັນ ຄັ້ງທີ 6, ນັບແຕ່ເຄີຍດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ      ການຕ່າງປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງການປາໄສຂອງ​ພະນະ​ທ່ານແຕ່ລະຄັ້ງ ໄດ້ສະແດງໃຫ້ເຫັນເຖິງ ວິໄສທັດທີ່ສອດຄ່ອງກັບສະພາບການຕົວຈິງ ແລະ ປິ່ນອ້ອມຫົວຂໍ້ຂອງກອງປະຊຸມໃນແຕ່ລະຄັ້ງ. ພ້ອມນີ້,   ຍັງເປັນການ​​​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່       ດົນນານ ກໍຄືການເປັນຄູ່ຮ່ວມ​ມື​ຍຸດທະສາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໃຫ້​ກວ້າງຂວາງແໜ້ນແຟ້ນ ​ແລະ              ​ເລິກ​ເຊິ່ງຂຶ້ນ​ກວ່າ​ເກົ່າ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490354
ມື້ນີ້120
ມື້ວານ261
ອາທິດນີ້1553
ເດືອນນີ້3747