ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9

 

FMviet1 FMviet2

 FMviet3FMviet4

FMviet5

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ສະເຫຼີມໄຊ ກົມມະສິດ, ​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະ​ຫາຍ ບຸຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະ​ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ​ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 9, ແຕ່​ວັນ​ທີ 27-29 ເມສາ 2022, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍ່ຄື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ.

 

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9 ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ເມສາ 2022, ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ເຊິ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ບຸຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ໃນກອງປະຊຸມ, ສະຫາຍລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ບຸຍ ແທັງ ເຊີນ ທີ່ໄດ້ນຳພາຄະນະຜູ້ແທນ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນຄັ້ງທຳອິດ ພາຍຫຼັງທີ່ໄດ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ຄົນໃຫມ່. ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນກັນແບບກົງໄປກົງມາໃນຫຼາຍບັນຫາ ພ້ອມທັງວາງທິດທາງແຜນການໃນຕໍ່ຫນ້າ ເພື່ອຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງ ໂດຍສະເພາະ ເພີ່ມທະວີການເຮັດວຽກເສນາທິການໃຫ້ດີຂຶ້ນ ໃນການຜັນຂະຫຍາຍທິດຊີ້ນຳຂອງການນຳຂັ້ນສູງ, ການຊຸກຍູ້ຕິດຕາມ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການພົວພັນຮ່ວມມືສອງຝ່າຍ ໃຫ້ມີປະສິດທິພາບ ແລະ ທັນການຂຶ້ນກວ່າເກົ່າ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການຮັດແໜ້ນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງຝ່າຍ ຢ່າງເປັນປົກກະຕິ ເຖິງວ່າ ພະຍາດໂຄວິດ-19 ຈະສືບຕໍ່ແຜ່ລະບາດກໍ່ຕາມ, ບັນດາຂະແໜງການຕ່າງໆ ໄດ້ສືບຕໍ່ປະສານສົມທົບກັນ ທັງຜ່ານຊ່ອງທາງອອນລາຍ ກໍ່ຄື ຜ່ານຊ່ອງທາງການທູດ ເພື່ອເຮັດໃຫ້ຫຼາຍວຽກທີ່ໄດ້ຕົກລົງກັນມີຜົນສຳເລັດເປັນກ້າວໆມາ. ອັນພົ້ນເດັ່ນ ສອງຝ່າຍ ໄດ້ຮ່ວມກັນເປີດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ເຊິ່ງສອງຝ່າຍ ຈະໄດ້ຮ່ວມກັນຈັດກິດຈະກຳຕ່າງໆຕະຫຼອດປີ ເພື່ອສະເຫຼີມສະຫຼອງໃຫ້ມີບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ.

 

ສອງຝ່າຍ ເຫັນດີເປັນເອກະພາບໃຫ້ສືບຕໍ່ຢ່າງໜັກແໜ້ນໃນການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ທີ່ເປັນເງື່ອນໄຂພື້ນຖານໃຫ້ແກ່ການຄົງຕົວ ແລະ ຂະຫຍາຍຕົວຂອງການພົວພັນພິເສດ ລາວ-ຫວຽດນາມ, ເຫັນດີຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການຂົນສົ່ງ, ການໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ, ເຊິ່ງມູນຄ່າການຄ້າສອງຝ່າຍ ໃນປີ 2021 ບັນລຸ 1,3 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 30% ທຽບໃສ່ປີ 2020; ປະຈຸບັນ ຫວຽດນາມ ຈັດຢູ່ໃນອັນດັບແຖວຫນ້າຂອງຜູ້ລົງທຶນຕ່າງປະເທດຢູ່ ສປປ ລາວ ລວມ 426 ໂຄງການ ມີມູນຄ່າທັງຫມົດຫຼາຍກວ່າ 4,3 ຕື້ໂດລາສະຫະລັດ. ພ້ອມດຽວກັນນີ້, ກໍ່ເຫັນດີໃຫ້ສົ່ງເສີມການຮ່ວມມືເສດຖະກິດຕາມທິດກະສິກຳສະອາດ, ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກ ທີ່ສອງປະເທດມີທ່າແຮງຮ່ວມກັນ ແລະ ຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງ ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດໂດຍໄວ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືໃນຂົງເຂດ ວຽກງານຊາຍແດນ, ວັດທະນະທຳ-ສັງຄົມ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ ແລະ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ພ້ອມນີ້, ສອງຝ່າຍ ກໍ່ເຫັນດີໃຫ້ສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມື ສອງຝ່າຍ, ຫລາຍຝ່າຍ ທີ່ພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມື ສປຊ, ອາຊຽນ ລວມທັງ ການກະກຽມເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ. ນອກຈາກນີ້, ສອງຝ່າຍ ຍັງໄດ້ລາຍງານໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

 

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນ ເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພາຍຫລັງສຳເລັດກອງປະຊຸມພົບປະສອງຝ່າຍ, ກໍ່ໄດ້ມີພິທີມອບ-ຮັບ ເຄື່ອງຄອມພິວເຕີ ຈຳນວນຫນຶ່ງຈາກກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ ໃຫ້ແກ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

 

ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍລັດຖະມົນຕີ ບຸຍ ແທັງ ເຊີນ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປເຂົ້າຢ້ຽມຂ່ຳນັບ ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ແລະ ສະຫາຍ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາມລຳດັບ, ເຊິ່ງ ການນຳຂັ້ນສູງຂອງ ສປປ ລາວ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວໄປເຖິງຄູ່ຮ່ວມຕຳແໜ່ງຝ່າຍ ສສ ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484340
ມື້ນີ້44
ມື້ວານ273
ອາທິດນີ້778
ເດືອນນີ້3645