ໃນຕອນຄໍ່າຂອງວັນທີ 30 ມີຖຸນາ 2022, ເວລາ 19:00 ໂມງ ຂອງ ສປປລາວ ແລະ ເວລາ 8:00 ໂມງ ເຊົ້າຂອງກູບາ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກ ກັບ ສະຫາຍ ມີເກັນ ດຽດ ກາເນນ, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສ.ກູບາ.
ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ໃຫ້ສຳພາດຕໍ່ບັນດາສື່ມວນຊົນລາວ ກ່ຽວກັບ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ໃນວັນທີ 27 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ
ໃນວັນທີ 28 ມິຖຸນາ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມ ເພື່ອສ້າງແຜນກໍາ ນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ, ກໍາມະ ການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍມີຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະ ໜ່ວຍພັກ, ຄະນະຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ທີ່ເປັນຄະນະໜ່ວຍພັກພາຍ ໃນກະຊວງການຕ່າງປະເທດ ແລະ ພະນັກງານຈາກຄະນະຈັດຕັ້ງສູນກາງພັກ ຈຳນວນໜຶ່ງເຂົ້າຮ່ວມ.