ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ ກະຊວງການຕ່າງປະເທດ ປະຈໍາປີ 2021

 

                  

20220504 MOFA Party 1

20220504 MOFA Party 4

20220504 MOFA Party 3

    

        

ໃນຕອນເຊົ້າຂອງວັນທີ 04 ພຶດສະພາ 2022 ຢູ່ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ ປະຈໍາປີ 2021 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການ​ກົມ​ການ​ເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ​ກະຊວງການຕ່າງປະເທດ ໂດຍມີ ບັນດາສະຫາຍຄະນະບໍລິຫານງານພັກ-ຄະ ນະນຳກະຊວງການຕ່າງປະເທດ, ຄະນະໜ່ວຍພັກ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 100 ສະຫາຍ.

           

ໃນພິທີ ສະຫາຍ ໄມທອງ ທຳມະວົງສາ, ກຳມະການພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງ ປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໂດຍໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງບັນດາໜ່ວຍພັກ ໃນການຈັດຕັ້ງປະຕິບັດແຜນການສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ, ຄຳສັ່ງ ແລະ ກົດລະບຽບພັກ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນ ຄໍາສັ່ງເລກທີ 01/ກມ ສພ, ລົງວັນທີ 03 ມັງກອນ 2018, ຄໍາສັ່ງຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26/4/2018 ແລະ ແຈ້ງການແນະນໍາສະບັບເລກທີ 0573 /ຄພ.ຕປທ, ລົງວັນທີ 30 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເພື່ອອອກແຮງ ແລະ ປະຕິບັດສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ອັນໄດ້ເຮັດໃຫ້ສະມາຊິກ​ພັກ​ ມີ​ຄຸນ​ທາດ​ການ​ເມືອງ, ມີ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່​ອຸດົມ​ການ​ຂອງ​ພັກ, ຍົກສູງສະຕິ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງ​ຕົນ, ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນ​ເຈົ້າ​ການ​ປົກປ້ອງ​ແນວທາງ ແລະ ອຸດົມ​ການ​ຂອງ​ພັກ. ພ້ອມກັນນັ້ນ ກໍຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ບັນດາໜ່ວຍພັກ ຈະຕ້ອງໄດ້ເອົາໃຈໃສ່ ເພື່ອແນໃສ່ໃຫ້ສະ​ມາ​ຊິກ​ພັກ, ພະນັກງານ-ລັດ​ຖະ​ກອນ ເພີ່ມທະວີການສຶກ​ສາ ແລະ ຄົ້ນ​ຄ້ວາ​ ບັນດາ​ມະຕິ, ຄໍາ​ສັ່ງ ຂອງ​ຄະນະ​ພັກ​​​ຂັ້ນເທິງ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ.

             

ໃນພິທີດັ່ງກ່າວ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ເລກທີ 212/ຄພ.ຕປທ, ລົງວັນທີ 24 ມີນາ 2022 ວ່າດ້ວຍ ການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ເຊີ່ງມີບັນດາໜ່ວຍພັກທີ່ຖືກຮັບຮອງທັງໝົດ 34 ໜ່ວຍພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈາກທັງໝົດ 57 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ. ໃນນັ້ນ, ມີໜ່ວຍພັກທີ່ສາມາດປ້ອງກັນນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ V ສະໄໝ ມີ 2 ໜ່ວຍພັກ, ປ້ອງກັນໄດ້ IV ສະໄໝ ມີ 5 ໜ່ວຍພັກ, ປ້ອງກັນໄດ້ III ສະໄໝ ມີ 13 ໜ່ວຍພັກ ແລະ ໜ່ວຍພັກທີ່ສາມາດຍາດໄດ້ນາມມະຍົດໃໝ່ ມີ 14 ໜ່ວຍພັກ.     

               

ເປັນກຽດໃນພິທີ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການ​ກົມ​ການ​ເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ​ກະຊວງການຕ່າງປະເທດ ກໍໄດ້ຂຶ້ນມອບໃບຢັ້ງຢືນໃຫ້ແກ່ບັນດາໜ່ວຍພັກທີ່ສາມາດຍາດໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ໄດ້ໃຫ້ຄຳໂອວາດ ເພື່ອຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ແກ່ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ຂອງບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານໃນບັນດາໜ່ວຍພັກທີ່ຂຶ້ນກັບອົງ ຄະນະພັກກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນດ້ວຍຜົນສຳເລັດ ເຊີ່ງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານປັບປຸງກໍ່ສ້າງຮາກຖານພັກໄດ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານທຸກຄົນ. ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຮັບປະກັນ 5 ຫຼັກການ ທີ່ກົມການເມືອງສູນກາງພັກວາງອອກ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.    

               

ບັນດາໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນສູ້ຊົນສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ດີ ແລະ ຫຼາຍກວ່າເກົ່າ ທັງດ້ານປະລິມານ ແລະ ຄຸນນະພາບໃນຕໍ່ໜ້າ.

        

             

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484638
ມື້ນີ້154
ມື້ວານ188
ອາທິດນີ້1076
ເດືອນນີ້3943