ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ

 

ASEAN US 13 5 22 3

ASEAN US 13 5 22 1

ASEAN US 13 5 22 2

       ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ ໂດຍໄດ້ພົບປະປຶກສາຫາລືກັບທ່ານ ໂຈ ໄບເດັນ, ປະທານາທິບໍດີ ແລະ ທ່ານ ນາງ ຄາມາລາ ແຮຣິດສ໌, ຮອງປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ແລະ ບັນດາລັດຖະມົນຕີຂະແໜງການທີ່ກ່ຽວຂ້ອງຂອງອາເມລິກາ. ໃນການພົບປະກັບຮອງປະທານາທິບໍດີ ທ່ານ ນາງ ຄາມາລາ ແຮຣິດສ໌ ແລະ ບັນດາລັດຖະມົນຕີຂອງອາເມລິກາ, ທັງສອງຝ່າຍໄດ້ພ້ອມກັນທົບທວນຄືນການຮ່ວມມືອາຊຽນ-ອາເມລິກາ ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນທັດສະນະກ່ຽວກັບຂົງເຂດສາທາລະນະສຸກ, ການປ່ຽນແປງສະພາບດິນຟ້າອາກາດ, ການຫັນໄປສູ່ພະລັງງານສະອາດ ແລະ ການພັດທະນາພື້ນຖານໂຄງລ່າງແບບຍືນຍົງ.

 

      ໃນຂົງເຂດສາທາລະນະສຸກ, ສອງຝ່າຍ ເຫັນດີຮັດແໜ້ນການຮ່ວມມື ເພື່ອຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືພະຍາດລະບາດທີ່ອາດເກີດຂຶ້ນໃໝ່ໃນອະນາຄົດ. ບັນດາຜູ້ນຳອາຊຽນ ສະແດງຄວາມຊົມເຊີຍຕໍ່ການຊ່ວຍເຫຼືອຂອງອາເມລິກາ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19​ ໂດຍຜ່ານການປະກອບສ່ວນເຂົ້າໃນກອງທຶນອາຊຽນ ເພື່ອຕອບໂຕ້ພະຍາດໂຄວິດ-19 ແລະ ການຊ່ວຍເຫຼືອດ້ານທຶນຮອນ, ວັກຊີນ ແລະ ອຸປະກອນການແພດໃຫ້ແກ່ບັນດາປະເທດອາຊຽນ ໂດຍຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອາເມລິກາ ຢຶນຢັນຈະສືບຕໍ່ຊ່ວຍເຫຼືອອາຊຽນ ເພື່ອສ້າງຂີດຄວາມເຂັ້ມແຂງດ້ານສາທາລະນະສຸກ ເພື່ອຟື້ນຕົວທາງດ້ານເສດຖະກິດຈາກການແຜ່ລະບາດ ແລະ ສົ່ງເສີມຄວາມໝັ້ນຄົງດ້ານສຸຂະພາບ.  ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ລັດຖະບານ ອາເມລິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອທັງວັກຊີນ ແລະ ອຸປະກອນການແພດໃຫ້ແກ່ບັນດາປະເທດອາຊຽນ ລວມທັງ ສປປ ລາວ ພ້ອມທັງສະເໜີໃຫ້ອາຊຽນ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ໃນການຄົ້ນຄວ້າ ແລະ ຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19 ແລະ ຢາປົວພະຍາດ ເພື່ອຮັບປະກັນການສະໜອງວັກຊີນຕ້ານໂຄວິດ-19 ຢູ່ພາກພື້ນອາຊຽນ ໃຫ້ທົ່ວເຖິງ, ພຽງພໍ ແລະ ສະເໝີພາບ. ນອກນັ້ນ, ກໍຊຸກຍູ້ໃຫ້ອາເມລິກາ ສະໜັບສະໜູນແຜນວຽກຟື້ນຟູຮອບດ້ານອາຊຽນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືໃນການເຊື່ອມຈອດເສດຖະກິດພາກພື້ນ ໃຫ້ມີຄວາມຍືນຍົງ, ຮັບປະກັນຕ່ອງໂສ້ການຜະລິດໃຫ້ມີຄວາມໂລ່ງລ່ຽນ, ສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຊຸກຍູ້ການຫັນເປັນດີຈິຕອນ, ແລະ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃຫ້ມີປະສິດທິພາບ.

 

        ໃນດ້ານການປ່ຽນແປງສະພາບດິນຟ້າອາກາດ, ອາຊຽນ ແລະ ອາເມລິກາ ຢາໍ້ຄືນຄວາມໝາຍໝັ້ນຕໍ່ການປະຕິບັດພັນທະຂອງຕົນ ພາຍໃຕ້ສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ. ອາເມລິກາ ຢືນຢັນຈະສະໜັບສະໜູນອາຊຽນ ເພື່ອສ້າງຄວາມເຂັ້ມໃນການຮັບມື ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນແມ່ນບັນດາລະດັບນ້ຳທະເລເພີ່ມຂຶ້ນ, ໄພນາໍຸຖ້ວມ, ໄພແຫ້ງແລ້ງ ແລະ ໄພພິບັດອື່ນໆ. ກ່ຽວກັບການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ຄວາມເຂັ້ມແຂງດ້ານພະລັງງານ, ສອງຝ່າຍເຫັນດີຮ່ວມມືເພື່ອສົ່ງເສີມການນຳໃຊ້ພະລັງງານທົດແທນ ໂດຍການມີສ່ວນຮ່ວມຂອງພາກລັດ-ພາກເອກະຊົນ, ການນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ການສົ່ງເສີມຕາໜ່າງໄຟຟ້າອາຊຽນ. ສຳລັບການຮ່ວມມືດ້ານພື້ນຖານໂຄງລ່າງ, ສອງຝ່າຍເຫັນດີເພີ່ມທະວີການເຊື່ອມຈອດໃນທຸກດ້ານທະເລ, ທາງບົກ ແລະ ທາງອາກາດ.

 

     ບັນດາຜູ້ນຳອາຊຽນ ໄດ້ພົບປະກັບພະນະທ່ານ ໂຈ ໄບເດັນ, ປະທານາທິບໍດີແຫ່ງ ສະຫະລັດ ອາເມລິກາ ໂດຍໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ໃນກອງປະຊຸມສຸດຍອດຄັ້ງນີ້, ຜູ້ນຳອາຊຽນ ແລະ ອາເມລິກາ ໄດ້ເຫັນດີໃນດ້ານຫຼັກການຍົກລະດັບການພົວພັນອາຊຽນ-ອາເມລິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ຊຶ່ງຈະຮັບຮອງເອົາຢ່າງເປັນທາງການ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022. ໃນໂອກາດນີ້, ຜູ້ນຳອາຊຽນ ແລະ ອາເມລິກາ ໄດ້ຮັບຮອງເອົາຖະແຫຼງການວິໄສທັດຮ່ວມອາຊຽນ-ອາເມລິກາ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484606
ມື້ນີ້122
ມື້ວານ188
ອາທິດນີ້1044
ເດືອນນີ້3911