ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມທາງການ ສສ. ຫວຽດນາມ

 

Saleumxay v  Saleumxay0

 

ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ ສະຫາຍ ​ຟ້າ​ມ ບິ່ງ ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ການ​ຕ່າງປະ​ເທດ ​ເດີນທາງ​​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ທີ່ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດ ນາມ ​ແຕ່​ວັນ​ທີ 8-10 ມິຖຸນາ 2016.

 

ໃນ​ວັນ​ທີ 8 ມິຖຸນາ 2016, ທີ່ ​ເຮືອນ​ຮັບ​ແຂກ​ລັດຖະບານ ​ແຫ່ງ ສສ.ຫວຽດນາມ, ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ໄດ້​ຮັບ​ການ​ຕ້ອນຮັບ​ຈາກ ​ສະຫາຍ ຟ້າ​ມ ບິ່ງ ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ.ຫວຽດນາມ ຢ່າງ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ສົມ​ກຽດ. ຈາກ​ນັ້ນ, ລັດຖະ​ມົນຕີ​ຕ່າງປະ​ເທດ​ທັງ​ສອງ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສະຫາຍ ຟ້າມ ບິ່ງ ມິງ ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນຕໍ່ ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ທີ່ໄດ້ຮັບການເລືອກຕັ້ງ ດຳລົງ​ຕຳ​ແໜ່​ງເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ຜູ້​ໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງການນໍາ ພັກ-ລັດ ກໍຄື ປະຊາຊົນລາວ. ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ ​ແລະຮູ້ສຶກ​ເປັນກຽດທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ການ​ຕ່າງປະ​ເທດ ​ເດີນທາງ​ຢ້ຽມຢາມ ສສ.ຫວຽດນາມ ຢ່າງ​ເປັນ​ທາງ​ການ ພາຍຫລັງ​ທີ່​ໄດ້​ຮັບ​ຕຳ​ແໜ່​ງ​ເມື່ອ​ບໍ່​ດົນ​ມາ​ນີ້. ການ​ຢ້ຽມຢາມ​ຄັ້ງ​ນີ້ ກໍ່​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​​ເພີ່ມ​ທະວີສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມໂດຍສະເພາະກໍ່ແມ່ນລະຫວ່າງສອງກະຊວງການຕ່າງປະເທດລາວແລະຫວຽດນາມທີ່​ມີ​ມູນ​ເຊື້ອອັນ​ດີງາມ​ນັ້ນໃຫ້​ນັບ​ມື້ມີ​ຄວາມ​ແໜ້ນ​ແຟ້ນ, ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ.

 

ໃນການພົບປະຄັ້ງນີ້ສອງຝ່າຍ​ເຫັນ​ເປັນ​ເອກະ​ພາບ​ກັນ ຕີ​ລາຄາ​ສູງ​ຕໍ່​ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ​ໄດ້​ມີ​ໝາກຜົນ​ດີ​ຢ່າງ​ໜ້າ​ເພິ່ງ​ພໍ​ໃຈ. ເຖິງ​ແມ່ນ​ວ່າ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ມີ​ຄວາມ​ສັບສົນ, ສະພາບ​ພາຍ​ໃນ​ມີ​ຄວາມ​ຫຍຸ້ງຍາກ ​ແຕ່​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຂອງ​ສອງ​ປະ​ເທດ​ຍັງ​ສືບ​ຕໍ່​ໄດ້​ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເຂົ້າ​ສູ່​ລວງ​ກວ້າງ ​ແລະ ລົງເລິກ​ໃນ​ທຸກ​ຂົງ​ເຂດ​ ​ເປັນ​ຕົ້ນ​​ແມ່ນ: ດ້ານ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ, ການ​ປ້ອງ​ກັນ​ຄວາມສະຫງົບ, ​ເສດຖະກິດ, ວັດທະນະທຳ-​ສັງຄົມ ​ແລະ ວຽກ​ງານ​ການ​ຕ່າງ​ປະ​ເທດ. ພ້ອມດຽວກັນນັ້ນ, ​ໂດຍ​ສືບ​ຕໍ່​ການ​ຕົກລົງ​ເຫັນ​ດີ​ຮ່ວມ​ກັນ​ຂອງ​ການ​ນຳ​ຂອງ​ສອງ​ປະ​ເທດ, ສອງຝ່າຍເຫັນ​ດີຈະຈັດກິດຈະກໍາຕ່າງໆຮ່ວມກັນ ເພື່ອສະ​ເຫຼີ​ມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ​ແລະ 40 ປີ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-​ຫວຽດນາມ ​ໃນ​ປີ 2017 ​ນີ້,ສືບຕໍ່ຮັດແໜ້ນການ​ຮ່ວມ​ມື​ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ຍິນດີທີ່ຈະສືບຕໍ່ຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດຄືດັ່ງທີ່ເຄີຍປະຕິບັດຜ່ານມາ ໂດຍສະເພາະ​ແມ່ນ​ການ​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ນີ້. ນອກ​ນັ້ນ, ສອງ​ຝ່າຍຍິນ​ດີ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື ລະຫວ່າງ​ສອງ​ກະຊວງຕ່າງປະ​ເທດ ​ໄລຍະ 2014-2020 ແລະ ບັນດາບົດບັນທຶກຮ່ວມມື ລະຫວ່າງ ບັນດາກົມນຳກັນ, ທັງ​ໄດ້ກໍານົດທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າລວມທັງການແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

ໃນໂອກາດ​ຢ້ຽມຢາມ ສສ. ຫວຽດນາມ ຄັ້ງນີ້, ​ໃນ​ວັນ​ທີ 9 ມິຖຸນາ 2016, ສະຫາຍ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ຍັງ​ຈະໄດ້​ເຂົ້າ​ຢ້ຽມຄຳນັບ ສະຫາຍ ​ເຈິ​ນ ດ້າຍ ກວາງ, ປະທານ​ປະ​ເທດ ​ແຫ່ງ ສສ.ຫວຽດນາມ ​ແລະ ສະຫາຍ ຫງຽວນ ຊວນ ຟຸກ, ນາຍົກລັດຖະມົນຕີ ​ແຫ່ງ ສສ.ຫວຽດນາມ. ​ໃນ​ໂອກາດ​ດຽວ​ກັນ​ນີ້, ສະ​ຫາຍ​ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ພ້ອມ​ດ້ວຍ​ຄະນະ ກໍ່​ໄດ້​ຢ້ຽມຢາມ​ສະຖານ​ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ຮ່າ​ລອງ​ເບ ທີ່​ສວຍ​ສົດ​ງົດ​ງາມ​ ​ແລະ ພື້ນ​ຖານການ​ພັດທະ​ນາ ​ເສດຖະກິດ-ສັງຄົມ ຂອງ ສສ.ຫວຽດນາມ ຈຳນວນ​ໜຶ່ງ ອີກ​ດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490724
ມື້ນີ້44
ມື້ວານ233
ອາທິດນີ້249
ເດືອນນີ້4117