ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານສະແດງຄວາມເຫັນໃຈ ຕໍ່ເຫດການເຫດການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ ແຂວງອັດຕະປື ຈາກບັນດາການນຳແຫ່ງ ສິງກະໂປ

ວັນທີ 24 ກໍລະກົດ 2018

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນ ອັນເນື່ອງມາຈາກເຂື່ອນໄຟຟ້າເຊປຽນ-ເຊນຳ້ນ້ອຍ ແຕກ ທີ່ ແຂວງອັດຕະປື. ໃນນາມປະຊາຊົນສິງກະໂປ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ ແລະ ປະຊາຊົນ ແຫ່ງ ສປປ ລາວ.

ສິງກະໂປ ພ້ອມແລ້ວທີ່ຈະໃຫ້ຄວາມຊ່ວຍເຫລືອເພື່ອບັນເທົາທຸກຕໍ່ເຫດການທີ່ບໍ່ເພິ່ງປາດຖະໜາໃນຄັ້ງນີ້. ພວກຂ້າພະເຈົ້າ ຂໍຢູ່ຄຽງຂາ້ງ ສປປ ລາວ ແລະ ປະຊາຊົນລາວ ໃນເວລາທີ່ຫຍຸ້ງຍາກສັບສົນນີ້.

                                                                                 ດ້ວຍຄວາມຈິງໃຈ,

                                                                                ຮາລີມາສ ຢາຄອບ


ພະນະທ່ານ ທອງລຸນ ສີສຸລິດ,

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນຳ້ນ້ອຍ ແຕກ ທີ່ ແຂວງອັດຕະປື. ໃນນາມລັດຖະບານຂອງ ສາທາລະນະລັດ ສິງກະໂປ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ທຸກຄົນ.

ລັດຖະບານສິງກະໂປ ຈະມອບເງິນຊ່ວຍເຫລືອໃນເບື້ອງຕົ້ນ ຈຳນວນ 100,000 ໂດລາ ສະຫະລັດ ຈາກການລະດົມທຶນຊ່ວຍເຫລືອ ຂອງອົງການກາແດງສິງກະໂປ. ກອງກຳລັງປ້ອງກັນພົນລະເຮືອນສິງກະໂປ ແລະ ກອງກຳລັງປະກອບອາວຸດຂອງສິງກະໂປ ພ້ອມແລ້ວທີ່ຈະສົ່ງກອງກຳລັງ ກໍຄືຂົນສົ່ງອຸປະກອນຊ່ວຍເຫລືອສຸກເສີນ ແລະ ວັດສະດຸເຄຶື່ອງຂອງຕ່າງໆ ເພື່ອຊ່ວຍບັນເທົາທຸກ ແລະ ດຳເນີນການຄົ້ນຫາ ແລະ ການກອບກູ້ຊີບຊ່ວຍ. ຂໍຄວາມກະລຸນາພະນະທ່ານຊ່ວຍແຈ້ງໃຫ້ຂ້າພະເຈົ້າຊາບ ຖ້າພວກເຮົາສາມາດຊ່ວຍເຫລືອໃນດ້ານຕ່າງໆ ເພີ້ມເຕີມ.

ພວກຂ້າພະເຈົ້າ ຂໍຢູ່ຄຽງຂ້າງປະຊາຊົນລາວ ໃນຊ່ວງເວລາແຫ່ງຄວາມໂສກເສົ້າຄັ້ງນີ້.

                                                        ດ້ວຍຄວາມຈິງໃຈ,

                                                          ລີ ຊຽນ ລຸງ


ພະນະທ່ານ ສອນໄຊ ສີພັນດອນ 

ຮອງນາຍົກລັດຖະມົນຕີ   

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ,

ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ຊາບຂ່າວການສູນເສຍຊີວິດ ແລະ ຊັບສິນ ຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນຳ້ນ້ອຍ ແຕກ ທີ່ແຂວງອັດຕະປື.

ສິງກະໂປ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ ເພື່ອບັນເທົາທຸກ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາຜູ້ທີ່ຮັບຜົນກະທົບຈາກໄພພິບັດ ໃນຄັ້ງນີ້ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້ໄດ້ໂດຍໄວ. ຂໍໃຫ້ພະນະທ່ານຊ່ວຍແຈ້ງໃຫ້ພວກຂ້າພະເຈົ້າ ຊາບໂດຍທັນທີ ຖ້າພວກເຮົາສາມາດຊ່ວຍທ່ານໄດ້ໃນທາງໃດທາງນຶ່ງ.

                                                         ດ້ວຍຄວາມຈິງໃນ,

                                                           ໂທ ຈີ ຮຽນ


 

ພະນະທ່ານ ສະເຫລີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ 

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າຮູ້ສຶກໂສກເສົ້າຕົກຕະລຶງໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວການສູນເສຍຊີວິດ, ການສູນຫາຍຂອງປະຊາຊົນຢ່າງຫຼວງຫຼາຍ ແລະ ຄວາມເສຍຫາຍຕໍ່ຊັບສິນຢ່າງໜັກໜ່ວງ ຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນຳ້ນ້ອຍ ແຕກ ທີ່ແຂວງອັດຕະປື. ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງມາຍັງບັນດາຄອບຄົວ ທີ່ໄດ້ຮັບຜົນກະທົບ. ພວກເຮົາ ກຽມພ້ອມແລ້ວ ທີ່ຈະໃຫ້ການຊ່ວຍເຫລືອລັດຖະບານລາວ ເພື່ອບັນເທົາທຸກໃນເຫດການນຳ້ຖ້ວມຄັ້ງນີ້.

ພວກຂ້າພະເຈົ້າ ຂໍຢືນຄຽງຂ້າງ ສປປ ລາວ ແລະ ປະຊາຊົນລາວ ໃນຊ້ວງເວລາທີ່ຫຍຸ້ງຍາກຄັ້ງນີ້.

                                                               ດ້ວຍຄວາມຈິງໃຈ,

                                                      ດຣ. ວິວຽນ ບາລາກຣິດສະມັນ

ສານຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ ຄົບຮອບ 25 ປີ

ວັນທີ 27 ກໍລະກົດ 2018

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ອ່ານເພີ່ມເຕີມ... 

ຈົດໝາຍສະແດງຄວາມເສົ້າສະຫຼົດໃຈ ຈາກ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ສົ່ງເຖິງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕໍ່ເຫດການໄພພິບັດ ຢູ່ແຂວງອັດຕະປື


ພະນະທ່ານ,

ຂ້າພະເຈົ້າໄດ້ຮັບຂ່າວ ດ້ວຍຄວາມເສົ້າສະຫຼົດໃຈ ຕໍ່ເຫດການອຸບັດຕິເຫດເຂື່ອນໄຟຟ້າ ຢູ່ ແຂວງອັດຕະປື ັນເປັນເຫດໃຫ້ມີຜູ້ຄົນເສຍຊີວິດ.

ໃນນາມລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ, ຂ້າພະເຈົ້າ ຂໍສະແດງຄວາມ​​ເສົ້າສະຫຼົດໃຈ ມາຍັງພະນະທ່ານ ກໍຄື ຄອບຄົວ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຫດການໃນຄັ້ງນີ້. ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມໂສກເສົ້າ ທ່າມກາງສະພາບຄວາມຫຍຸ້ງຍາກດັ່ງກ່າວ.

ໃນນາມເພື່ອນມິດ ແລະ ຄູ່ຮ່ວມມືໃນພາກພື້ນ, ລັດຖະບານ ອົດສະຕຣາລີ ມີຄວາມຍິນດີໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເພື່ອຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ່້. ຖ້າຫາກ ພະນະທ່ານ ຕ້ອງການຄວາມຊ່ວຍເຫລືອໃນດ້ານໃດຈາກຝ່າຍອົດສະຕຣາລີ ກໍສາມາດປະສານຫາ ທ່ານ ຊອນ ເບີນາດ ຄາຣາສໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້.

ດ້ວຍຄວາມນັບຖືເປັນຢ່າງສູງ

ມາລຄອມ ເທີນບູນ

ນາຍົກລັດຖະມົນຕີ

ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486453
ມື້ນີ້7
ມື້ວານ142
ອາທິດນີ້115
ເດືອນນີ້5758