ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເຫັນໃຈ ຕໍ່ເຫດການໄພພິບັດນ້ຳຖ້ວມ ແລະ ດິນເຈື່ອນ ຢູ່ ທາງພາກຕາເວັນຕົກຂອງ ຍີ່ປຸ່ນ

ນະຄອນຫຼວງວຽງຈັນ, ວັນທີ 09 ກໍ​ລະ​ກົດ 2018

ພະນະທ່ານ ຊິນໂຊ ອາເບະ

ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ

ທີ່ນະຄອນຫລວງໂຕກຽວ

ພະນະທ່ານ,

ຂ້າພະເຈົ້າຮູ້ສຶກເສົ້າສະຫລົດໃຈທີ່ໄດ້ຮັບຊາບຂ່າວໄພ​ພິ​ບັດ​ນ້ຳ​ຖ້ວມ ​ແລະ ດິນ​ເຈື່ອນ ຢູ່ທາງພາກຕາເວັນ​ຕົກຂອງຍີ່ປຸ່ນນັບແຕ່ວັນທີ 07 ກໍ​ລະ​ກົດ 2018 ເປັນຕົ້ນມາໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ຊັບສິນ, ອາຄານສະ​ຖານ​ທີ່ ແລະ ລະບົບພື້ນຖານໂຄງລ່າງຢູ່ບໍລິເວນດັ່ງກ່າວຢ່າງໜັກໜ່ວງ.

ຂ້າພະເຈົ້າຂໍຕາງ​ໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວສະແດງຄວາມເຫັນໃຈ ແລະ ແບ່ງເບົາຄວາມທຸກໂສກມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານກໍ​ຄືປະຊາຊົນຍີ່ປຸ່ນໂດຍສະເພາະຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ຈາກເຫດການໄພພິບັດທາງທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າເຊື່ອໝັ້ນຢ່າງ​ຍິ່ງວ່າ, ພາຍໃຕ້ຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງ ລັດຖະບານຍີ່ປຸ່ນໂດຍມີພະນະທ່ານເປັນຜູ້ຊິ້ນຳແລະດ້ວຍມູນເຊື້ອແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຍີ່ປຸ່ນ,ສະພາບການດັ່ງກ່າວຈະໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ.

ດ້ວຍຄວາມນັບຖືຢ່າງສູງ,

ທອງລຸນ ສີ​ສຸ​ລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489550
ມື້ນີ້135
ມື້ວານ258
ອາທິດນີ້749
ເດືອນນີ້2943