ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ

 

 

ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ບັງກະລາເທດ ເພື່ອນມິດ ທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ບັງກະລາເທດ ມີສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີຕະຫຼອດໄລຍະທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນ ພະນະທ່ານ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນ ບັງກະລາເທດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

 

ດ້ວຍຄວາມນັບຖືຢ່າງສູງ.

 

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ໂມຮຳເມັດ ຊາຮາບຸດດິນ

ປະທານາທິບໍດີ

ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ

ທີ່ ດາກາ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486134
ມື້ນີ້50
ມື້ວານ215
ອາທິດນີ້1170
ເດືອນນີ້5439