ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນຊາດ ມົງໂກລີ ຄົບຮອບ 97 ປີ

ພະນະທ່ານ,

​​​​   ເນື່ອງ​ໃນ​ໂອກາດ​ວັນຊາ​ດມົງໂກລີ ຄົບຮອບ 97 ປີ, ຂ້າພະເຈົ້າຕາງໜ້າໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,​ ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສິີດ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງປະຊາຊົນ   ມົງໂກລີ ທຸກຖ້ວນໜ້າ.

            ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມຊື່ນເປັນ​ຢ່າງ​ຍິ່ງ ທີ່ເຫັນວ່າຕະຫຼອດໄລຍະຜ່ານມາ, ການພົວພັນ​ຮ່ວມ​ມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຕາມລຳດັບ. ຂ້າພະເຈົ້າເຊື່ອໝັ້ນວ່າພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳນຳພາ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງປະເທດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ, ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ.

          ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້,​ ຂ້າພະເຈົ້າຂໍອວຍພອນ​ໄຊ​ໃຫ້​ພະນະ​ທ່ານ ຈົ່ງ​ມີ​ພາ​ລະນາ​ໄມ​ສົມບູນ, ມີິຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫຍ່ຫຼວງ ໃນພາລະກິດອັນສູງສົ່ງ ຂອງ ພະນະທ່ານ.

  ດ້ວຍຄວາມນັບຖືຢ່າງສູງ,

     ນະຄອນຫລວງວຽງຈັນ, ວັນທີ 9 ກໍລະກົດ 2018

                                                                    ບຸນຍັງ ວໍລະຈິດ

                                                                     ປະທານປະເທດ

                                                   ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ KHALTMAAGIIN BATTULGA

ປະທານາທິບໍດີ ແຫ່ງ ມົງໂກລີ

ທີ່ ນະຄອນຫລວງ ອູລານບາຕໍ


ພະນະທ່ານ,

   ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນຊາດຂອງ ມົງໂກລີ ຄົບຮອບ 97 ປີ, ຂ້າພະເຈົ້າໃນ​ນາມ​ລັດຖະບານ ແລະ ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ ​ແລະ ໃນນາມສ່ວນຕົວ ຂໍສົ່ງພອນໄຊອັນປະເສີດ ແລະ ອົບອຸ່ນມາຍັງລັດຖະບານ ແລະ ປະຊາຊົນມົງໂກລີ ທຸກຖ້ວນໜ້າ.

        ສປປ ລາວ ​ແລະ ມົງໂກລີ ​​ມີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ໂດຍຕະຫລອດ​ມາ. ການພົວພັນຮ່ວມມືຂອງສອງປະເທດໄດ້ສືບຕໍ່ແຕກດອກອອກຜົນຢ່າງຕໍ່ເນື່ອງ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ, ດ້ວຍຄວາມພະຍາຍາມຮ່ວມກັນ ການພົວພັນ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂື້ນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ກໍ່ຄືການປະກອບ ສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

   ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

             ດ້ວຍຄວາມນັບຖືຢ່າງສູງ,

  

                                                                      ທອງລຸນ ສີສຸລິດ

                                                                     ນາຍົກລັດຖະມົນຕີ

                                                 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ UKHNAAGIIN KHURELSUKH

ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ

 ທີ່ ນະຄອນຫລວງ ອູລານບາຕໍ


ພະນະທ່ານ,

 

             ເນື່ອງ​ໃນ​ໂອກາດ​ວັນຊາດ​ ຂອງ ມົງໂກລີ ຄົບຮອບ 97 ປີ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງບັນພະນັກງານກະຊວງການຕ່າງປະເທດ ມົງໂກລີ ທຸກຖ້ວນໜ້າ.

      ຂ້າພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວ່າ ນັບແຕ່​ສອງປະເທດພວກເຮົາໄດ້ມີການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ​ໃນ​ປີ 1962 ​ເປັນ​ຕົ້ນ​ມາ, ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດ ກໍ່​ຄື​ສອງກະຊວງ​ການ​ຕ່າງປະ​ເທດ​ພວກ​ເຮົາ​ໄດ້​ຮັບ​ການ​ເສີມ​ຂະຫຍາຍຢ່າງຕໍ່ເນື່ອງ​. ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງ​ວ່າ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ​ດັ່ງກ່າວຈະ​ສືບ​ຕໍ່​ໄດ້​ຮັບ​ການເພີ່ມທະວີຍິ່ງໆ​ຂຶ້ນ ​ເພື່ອ​ນຳ​ເອົາຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນ​ສອງ​ປະ​ເທດ, ກໍ່ຄືການປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

     ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງພະນະທ່ານ.

   ດ້ວຍຄວາມນັບຖືຢ່າງສູງ,

     

                                                              ສະເຫຼີມໄຊ ກົມມະສິດ

                                                        ລັດຖະມົນຕີກະຊວງການຕ່າງປະເທດ

                                                ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນະທ່ານ DAMDIN TSOGTBAATAR

ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂກລີ

ທີ່ ນະຄອນຫລວງ ອູລານບາຕໍ

 


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484510
ມື້ນີ້26
ມື້ວານ188
ອາທິດນີ້948
ເດືອນນີ້3815