ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກສະແດງຄວາມເຫັນໃຈ ຈາກການນໍາ ແຫ່ງ ຣາຊະອານາຈັກໄທ ສົ່ງເຖິງ ການນໍາ ແຫ່ງ ສປປ ລາວ ຕໍ່ເຫດອຸທົກກະໄພທີ່ພາກໃຕ້ຂອງລາວ


ເຖິງ:    ພະນະທ່ານ ທອງລຸນ ສີສຸລິດ

                   ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າ ໄດ້ຮັບຊາບດ້ວຍຄວາມເສຍໃຈຢ່າງຍິ່ງ ກ່ຽວກັບເຫດອຸທົກກະໄພທີ່ພາກໃຕ້                  

ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງເກີດຈາກປະລິມານນ້ຳຝົນທີ່ເກີນຄວາມສາມາດໃນການ           ຮອງຮັບຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ຈົນເກີດການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນທີ່ອາໄສຢູ່ໃນ             ພື່້ນທີ່ດັ່ງກ່າວ

                   ໃນນາມຂອງລັດຖະບານໄທ ແລະ ປະຊາຊົນຊາວໄທ ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນຊາວລາວທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພດັ່ງກ່າວ ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳຂອງ ພະນະທ່ານ ແລະ ຄວາມມຸ່ງໝັ້ນ                 ຂອງປະຊາຊົນຊາວລາວ ພີ່ນ້ອງຊາວລາວຈະສາມາດກ້າວຜ່ານໄພພິບັດໃນຄັ້ງນີ້ ແລະ ສະຖາ ນະການຈະຜ່ານພົ້ນ           ໄປດ້ວຍດີໃນໄວໆນີ້.

                   ໃນຖານະມິດປະເທດໃກ້ຊິດ ໄທພ້ອມ ແລະ ມຸ່ງໝັ້ນທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຕັມທີ່ໃຫ້ກ້າວພົ້ນວິກິດການໃນຄັ້ງນີ້ໂດຍໄວ.

   ຂໍສະແດງຄວາມນັບຖື

ພົນເອກ ປຣະຍຸດ ຈັນໂອຊາ

   ນາຍົກລັດຖະມົນຕີ


ເຖິງ:    ພະນະທ່ານ ສະເຫຼີມໄຊ ກົມມະສິດ

                   ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຂ້າພະເຈົ້າ ໄດ້ຮັບຊາບກ່ຽວກັບເຫດອຸທົກກະໄພເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດປະຊາຊົນ,ເຂື່ອນ, ເສັ້ນທາງ, ຄົມມະນາຄົມ, ບ້ານເຮືອນ ແລະ ຊັບສິນຂອງປະຊາຊົນທີ່ແຂວງຈຳປາສັກ ແລະ ແຂວງອັດຕະປື   ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໃນໂອກາດນີ້ ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງຍິ່ງມາຍັງປະຊາຊົນຜູ້ໄດ້ຮັບຜົນກະທົບ            

ເຊິ່ງຂ້າພະເຈົ້າໝັ້ນໃຈວ່າ ພາຍໃຕ້ການຊີ້ນຳຂອງຄະນະຜູ້ບໍລິຫານປະເທດ ແລະ ດ້ວຍຄວາມຮັກ, ຄວາມສາມັກຄີ ແລະ ຄວາມເຂັ້ມແຂງຂອງປະຊາຊົນຊາວລາວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສາມາດຜ່ານ             ວິກິດດັ່ງກ່າວໄດ້ສຳເລັດໂດຍໄວ.

                   ທຸກວັນນີ້ ພູມີປະເທດຂອງເຮົາຕ້ອງປະເຊີນກັບໄພທຳມະຊາດຢ່າງຮຸນແຮງເພີ່ມຫຼາຍຂຶ້ນ  ລັດຖະບານໄທ ແລະ ລັດຖະບານລາວ ລວມທັງລັດຖະບານປະເທດໃນພາກພື້ນຈະຕ້ອງຮ່ວມມືກັນຢ່າງເຂັ້ມແຂງ         ຍິ່ງຂຶ້ນໃນການປ້ອງກັນ ແລະ ຈັດການກັບຳພພິບັດທີ່ເກີດຈາກທຳມະຊາດ ເພື່ອຄວາມປອດໄພຂອງພີ່ນ້ອງປະຊາຊົນ ຂ້າພະເຈົ້າ ຂໍຢ້ຳຄວາມພ້ອມຂອງໄທທີ່ຈະຮ່ວມມືກັບ ສປປ ລາວ ໃນການຊ່ວຍເຫຼືອຜູ້ປະສົບໄພຈາກອຸທັກກະໄພຄັ້ງນີ້ຢ່າງເຕັມທີ່ ລວມທັງການຮ່ວມມືເພື່ອປ້ອງກັນ ແລະ ແກ້ໄຂບັນຫາໄພພິບັດຈາກທຳມະຊາດຕໍ່ໄປ.

   ຂໍສະແດງຄວາມນັບຖື

ທ່ານ ດອນ ປະຣະມັດວິໄນ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489441
ມື້ນີ້26
ມື້ວານ258
ອາທິດນີ້640
ເດືອນນີ້2834