ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ
ພະນົມເປັນ, ວັນທີ 26 ກໍລະກົດ 2018
ພະນະທ່ານ ປອ. ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
26 ກໍລະກົດ 2018
ປະເທດສະມາຊິກອາຊຽນ ມີຄວາມເສົ້າສະຫຼົດໃຈຕໍ່ການສູນເສຍຊີວິດ ແລະ ຊັບສິນຖືກທໍາລາຍ ຢ່າງຫຼວງຫຼາຍ ເນື່ອງຈາກໄພນໍ້າຖ້ວມຢ່າງກະທັນຫັນ ທີ່ເກີດຈາກຄູກັ້ນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ພັງ ຢູ່ແຂວງ ອັດຕະປື, ສປປ ລາວ ໃນວັນທີ 23 ກໍລະກົົດ 2018 ອັນເນື່ອງມາຈາກ ຝົນຕົກໜັກ.ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ຢ່າງເລິກເຊິ່ງຕໍ່ຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມດັ່ງກ່າວ.
ວັນທີ 26 ກໍລະກົດ 2018
ພະນະທ່ານ ປະທານປະເທດ (ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ)
ຂ້າພະເຈົ້າ ໄດ້ຮັບຂ່າວເສົ້າສະຫຼົດໃຈ ແລະ ໜ້າເສຍດາຍ ຢ່າງເຫຼືອລົ້ນ ກ່ຽວກັບເຫດສຸດວິໄສ ເຂື່ອນແຕກ ທີ່ແຂວງອັດຕະປື ໃນວັນທີ 23 ກໍລະກົດຜ່ານມາ ຊຶ່ງເຮັດໃຫ້ປະຊາຊົນຈຳນວນຫຼາຍ ໃນເຂດດັ່ງກ່າວເສຍຊີວິດ ແລະ ຫຼາຍພັນຄົນ ບໍ່ມີທີ່ຢູ່ອາໄສ.
ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ເກົາຫຼີ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ແບ່ງເບົາ ຄວາມທຸກໂສກ ມາຍັງປະຊາຊົນລາວໂດຍສະເພາະ ແມ່ນຄອບຄົວທີ່ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ ໃນຄັ້ງນີ້.