ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ ເມືອງ ກຣາສະໂນໂກສກ໌, ເຂດຊານເມືອງມົດສະກູ ໃນວັນທີ 22 ມີນາ 2024

 

 

ນະຄອນຫລວງວຽງຈັນ, ວັນທີ 23 ມິຖຸນາ 2024

 

ພະນະທ່ານ,

 

           ຂ້າພະເຈົ້າ ໄດ້ຮັບຊາບຂ່າວ ຕໍ່ເຫດການຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ ເມືອງ ກຣາສະໂນໂກສກ໌, ເຂດຊານເມືອງມົດສະກູ ໃນວັນທີ 22 ມີນາ 2024, ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊິວິດ ແລະ  ໄດ້ຮັບບາດເຈັບ ເປັນຈໍານວນຫຼາຍ.

 

ສປປ ລາວ ປະນາມການກະທຳທີ່ເປັນການກໍ່ຮ້າຍທຸກຮູບແບບຢ່າງແຂງແຮງ ແລະ ຢືນຢັນຮ່ວມມືກັບວົງຄະນະສາກົນ ເພື່ອຕໍ່ຕ້ານລັດທິການກໍ່ການຮ້າຍສາກົນ ເພື່ອປົກປັກຮັກຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ.

 

          ໃນນາມປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ ​ແລະ ​ເຫັນ​ອົກ​ເຫັນ​ໃຈຢ່າງສຸດຊຶ້ງ ມາ​ຍັງ​ ປະຊາຊົນ ແລະ ລັດ​ຖະ​ບານ​  ແຫ່ງ ສະຫະພັນ ຣັດເຊຍ ໂດຍ​ສະ​ເພາະ ​ຕໍ່​​ຄອບ​ຄົວ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ເຫດ​ການ​ໃນ​ຄັ້ງນີ້.

 

ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ ພະນະທ່ານ, ​ລັດຖະບານ  ກໍຄື ປະຊາຊົນ ແຫ່ງ ສະຫະພັນ ຣັດເຊຍ ຈະ​ສາ​ມາດຜ່ານ​ຜ່າ​ຄວາມໂສກເສົ້າ ແລະ ຄວາມຫ​ຍຸ້ງ​ຍາກ​ຕ່າງໆ ເພື່ອເຮັ​ດ​ໃຫ້​ສະ​ພາບ​ການກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

         

ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ພະນະທ່ານ ວະລາດີເມຍ ປູຕິນ

ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ

ທີ່ ນະຄອນຫຼວງ ມົດສະກູ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486086
ມື້ນີ້2
ມື້ວານ215
ອາທິດນີ້1122
ເດືອນນີ້5391