ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ລະຫວ່າງ ສາມອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ

 

3orgSupported

 

ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ໃນຕອນເຊົ້າຂອງວັນທີ 13 ຕຸລາ 2021 ສາມອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ ນໍາໂດຍທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ໂດຍມີຜູ່ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ແລະ ຫ້ອງການກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫລືອ ປະກອບມີຜ້າປິດປາກ-ດັງ ຈຳນວນ 10 ແກັດ ໃຫ້ແກ່ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ ກະຊວງການຕ່າງປະເທດ.

ອ່ານເພີ່ມເຕີມ... 

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 66 ປີ

 

20210728-MoFA-Women Union-1

ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນກັກກັນ ຫຼັກ 27

ໂດຍຜ່ານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ

 

 

20210728-MoFA-Women Union-2

ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສະມາຄົມແມ່ຍິງພິການ ທີ່ ສູນພັດທະນາແມ່ຍິງພິການລາວ

 

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 -  20 ກໍລະກົດ 2021) ແລະ ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ພ້ອມທັງເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ່ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ທີ່ຈະມາເຖິງນີ້, ໃນວັນທີ 28 ກໍລະກົດ 2021 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະໄປມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນກັກກັນ ຫຼັກ 27 ໂດຍຜ່ານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ແລະ ສະມາຄົມແມ່ຍິງພິການ ທີ່ ສູນພັດທະນາແມ່ຍິງພິການລາວ. ເຄື່ອງຊ່ວຍເຫລືອດັ່ງກ່າວລວມມີ ໜ້າກາກອະນາໄມ ແລະ ອາຫານແຫ້ງຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 32 ລ້ານກີບ. 

ອ່ານເພີ່ມເຕີມ... 

ກິດຈະກຳ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 - 8 ມີນາ 2021) ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ

 

202103-04 MOFA-Women-1

ພິທີມອບ-ຮັບ ໃບຍ້ອງຍໍ ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2020

ອ່ານເພີ່ມເຕີມ... 

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422674
ມື້ນີ້8
ມື້ວານ256
ອາທິດນີ້929
ເດືອນນີ້434