ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສາມອົງການຈັດຕັ້ງມະຫາຊົນ ກົມການຂ່າວ ກະຊວງການຕ່າງປະເທດ ມອບເຄື່ອງອຸປະຖຳໃຫ້ແກ່ ຫ້ອງເສນາທິການ ກອງພົນທະຫານຮາບທີ 1

 

Pess 2022924 2

Pess 2022924 4

Pess 2022924 5

Pess 2022924 6

Pess 2022924 1

 

     ໃນວັນທີ 24 ກັນຍາ 2022, ສາມອົງການຈັດຕັ້ງມະຫາຊົນ ປະກອບດ້ວຍ ກໍາມະບານຮາກຖານ, ໜ່ວຍຊາວໜຸ່ມ ແລະ ໜ່ວຍແມ່ຍິງ ຂອງກົມການຂ່າວ, ກະຊວງການຕ່າງປະເທດ ໄດ້ມອບເຄື່ອງອຸປະຖຳໃຫ້ແກ່ ຫ້ອງເສນາທິການ ກອງພົນທະຫານຮາບທີ 1, ພິທີມອບໄດ້ຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ, ຊຶ່ງຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນກົມການຂ່າວ ກ່າວມອບໂດຍ ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ພັທ ສຸລິໄຊ ພິຈິດ, ຮອງຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 1 ແລະ ມີຄະນະນຳຂອງຫ້ອງເສນາທິການ ແລະ ຄະນະອົງການຈັດຕັ້ງມະຫາຊົນຂອງຫ້ອງເສນາທິການ ກອງພົນທະຫານຮາບທີ 1, ພ້ອມດ້ວຍຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ແລະ ສະມາຊິກຈາກສາມອົງການຈັດຕັ້ງມະຫາຊົນຂອງກົມການຂ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

 

   ຈຸດປະສົງຂອງການນໍາເຄື່ອງອຸປະຖໍາມາມອບໃຫ້ຫ້ອງເສນາທິການ ກອງພົນທະຫານຮາບທີ 1 ໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ ລັດຖະບານວາງອອກ, ສະໜັບສະໜູນການເຄື່ອນໄຫວວຽກງານຂອງ ຫ້ອງເສນາທິການກອງພົນທະຫານຮາບທີ 1 ໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບດ້ວຍຜ້າອັດປາກ-ດັງ, ສະບູລ້າງມື, ລຳໂພງລາກ, ວາລະສານຈໍາປາ ແລະ ເຄື່ອງໃຊ້ຫ້ອງການຈຳນວນໜຶ່ງ.

 

     ການຈັດກິດຈະກຳມອບເຄື່ອງອຸປະຖຳຄັ້ງນີ້ ຍັງເປັນການສ້າງຄວາມຮູ້ຈັກ, ຮັກແພງສາມັກຄີ ແລະ ສ້າງເຄືອຂ່າຍການປະສານງານກັນລະຫວ່າງ ອົງການຈັດຕັ້ງມະຫາຊົນ ກໍຄືລະຫວ່າງກົມການຂ່າວ ກັບຫ້ອງເສນາທິການ ທະຫານຮາບທີ 1 ໃຫ້ມີຄວາມໃກ້ຊິດກັນ ແລະ ຊ່ວຍເຫຼືອກັນຕື່ມໃນອະນາຄົດ.

**************************

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422673
ມື້ນີ້7
ມື້ວານ256
ອາທິດນີ້928
ເດືອນນີ້433