ໃນວັນທີ 29 ເມສາ 2022, 3 ອົງການຈັດຕັ້ງມະຫາຊົນຂອງ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນ. ໄກມະນີ ອໍລະບູນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍລ ຕປທ), ທ່ານ ຄໍາໄພ ພັນທອງດີ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ແລະ ທ່ານ ມິຖຸນາ ສຸກທຳມະວົງ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ຕປທ ໄດ້ນຳພາຄະນະໄປມອບເຄື່ອງຊ່ວຍເຫຼືອໃຫ້ແກ່ສະຫະພັນແມ່ຍິງ ແລະ ອຳນາດການປົກຄອງເມືອງສັງທອງ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ ແລະ ຄອບຄົວທີ່ຍັງມີຄວາມຫຍຸ້ງຍາກ-ຂາດເຂີນ. ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ ເຄື່ອງຕ້ານພະຍາດໂຄວິດ-19 (ສະບູລ້າງມື, ໜ້າກາກອັດປາກ-ດັງ ແລະ ເຄື່ອງວັດແທກອຸນນະພູມ) ແລະ ອຸປະກອນສົ່ງເສີມການພັດທະນາຂອງເດັກນ້ອຍ ຈຳນວນໜຶ່ງ.
ໃນພິທີມອບ-ຮັບເຄື່ອງຊ່ວຍເຫລືອ ພາຍຫລັງທີ່ ທ່ານ ນ. ເກສອນ ຂວັນພະໄຊ, ປະທານສະຫະພັນແມ່ຍິງເມືອງສັງທອງ ໄດ້ກ່າວຈຸດປະສົງ ແລະ ແຈ້ງສະພາບໂດຍຫຍໍ້ ໃຫ້ຊາບແລ້ວ; ທ່ານ ນ. ໄກມະນີ ອໍລະບູນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ກ່າວມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ລຸນທອງ ບຸນມະນີ, ຮອງເລຂາພັກເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ, ກຳມະບານ, ຊາວໜຸ່ມ ແລະ ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ; ສະຫະພັນແມ່ຍິງເມືອງ, ຜູ້ຕາງໜ້າຈາກອົງການຈັດຕັ້ງກຳມະບານ, ຊາວໜຸ່ມເມືອງ, ຄະນະພັກ ແລະ ຫ້ອງການປົກຄອງເມືອງສັງທອງ ເຂົ້າຮ່ວມເປັນສັກຂີພະຍານ.
ກິດຈະກຳມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ແມ່ນໜຶ່ງໃນກິດຈະກຳສະເຫຼີມສະຫລອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 112 ປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ, ເຊິ່ງສະຫະພັນແມ່ຍິງກະຊວງ ໂດຍສົມທົບກັບອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ ຍັງຈະສືບຕໍ່ເຄື່ອນໄຫວ ເພື່ອນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ພາກສ່ວນຕ່າງໆ ທັງຢູ່ນະຄອນຫວງວຽງຈັນ ແລະ ບັນດາແຂວງຕ່າງໆຕື່ມອີກໃນຕໍ່ໜ້າ.