ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກຸ່ມແມ່ຍິງນັກການທູດ ອາຊຽນ ທີ່ ນະຄອນຫລວງວຽງຈັນ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເງິນຊ່ວຍເຫຼືອ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ

 

WomenDonateAid1

 

WomenDonateAid2

 

WomenDonateAid3

 

ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ, ໃນວັນທີ 25 ຕຸລາ 2021 ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ (ASEAN Womens Circle in Vientiane-AWCV) ໂດຍສົມທົບກັບສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 32 ລ້ານກີບ (ສາມ​ສິບ​ສອງ​ລ້ານ​ກີບ)ໃຫ້ແກ່ ອົງການປົກຄອງນະຄອນຫຼວງວຽງຈັນ.

ໃນພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວ, ທ່ານ ນາງ ອາລຸນີ ກົມມະສິດໄດ້ໃຫ້ກຽດກ່າວມອບໂດຍໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ ບັນດາໜ່ວຍງານດ່ານໜ້າ ກໍຄື ພະນັກງານແພດໝໍ, ທະຫານ, ຕໍາຫຼວດ ແລະ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນນະຄອນຫຼວງ,​ ເມືອງ ແລະ ບ້ານ ທີ່ຕ້ອງໄດ້ແບກຮັບພາລະຢ່າງໜັກໜ່ວງ ໃນການປະຕິບັດໜ້າທີ່ວຽກງານຢ່າງຕໍ່ເນື່ອງພ້ອມທັງໄດ້ສະແດງຄວາມຊົມເຊີຍ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ໃນການປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ໃນໂອກາດນີ້,ທ່ານ ອາດສະພັງທອງ ສີພັນດອນ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ໃຫ້ກຽດຕ້ອນຮັບ ແລະສະແດງຄວາມຂອບໃຈ ມາຍັງ ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ການປະກອບສ່ວນຈາກບັນດາສະມາຊິກ ແລະ ສະຖານທູດອາຊຽນ ປະຈໍາ ສປປ ລາວ ທີ່ໄດ້ປະກອບສ່ວນສົມທົບທຶນ   ເພື່ອສະໜັບສະໜູນທາງດ້ານສະບຽງອາຫານ ໃຫ້ແກ່ ຄະນະສະເພາະກິດ ແລະ ພະນັກງານດ່ານໜ້າ ໃນການປະຕິບັດໜ້າທີ່ວຽກງານ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ, ພ້ອມທັງໄດ້ຝາກສະແດງຄວາມຊົມເຊີຍໄປຍັງຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ມາໃນໂອກາດນີ້ດ້ວຍ.

ກຸ່ມແມ່ຍິງນັກການທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2016, ຈຸດ​ປະ​ສົງ​ເພື່ອ​ສົ່ງ​ເສີມ​ຄວາມ​ສາ​ມັກ​ຄີ​ໃນ​ອາ​ຊຽນ, ການ​ຮ່ວມ​ມື ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ ລະ​ຫວ່າງ​ສະ​ມາ​ຄົມ​ແມ່​ຍິງ​ອາ​ຊຽນ ທີ່​ນະ​ຄອນ​ຫລວງວຽງ​ຈັນ ​ດ້ວຍການ​ແລກ​ປ່ຽນ​ທາງ​ດ້ານ​ວັດ​ທະ​ນະທຳ ແລະ ສັງ​ຄົມ​ລະ​ຫວ່າງ​ສະ​ມາ​ຊິກ ໂດຍຜ່ານການຈັດກິດຈະກຳຕ່າງໆຮ່ວມກັນເຊັ່ນ: ການ​ໄປ​ແລກ​ປ່ຽນ​ວັ​ດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ ໃນ​ກຸ່ມ ກຍອວ, ຈັດງານ​ລ້ຽງ​ນ້ຳ​​ຊາ​ພົບ​ປະ​ສ້າງ​ສັນ ແລະ ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ ປະ​ຈຳ​ປີ ​ຂອງ​ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ນັກ​ການ​ທູດ​ຍິງ ແລະ ທຸ​ຕາ​ນຸ​ທູດ​ເພດ​ຍິງ ຈາກ​ບັນ​ດາ​ສະ​ຖານ​ທູດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ປະ​ຈຳ​ ສ​ປ​ປ​ ລາວ. ນອກຈາກນັ້ນ, ຍັງໄດ້ຈັດກິດຈະກຳເພື່ອ​ປະ​ກອບ​ສ່ວນ​ຊ່ວຍ​ເຫລືອ​ສັງ​ຄົມ ເປັນຕົ້ນແມ່ນການ​ລ​ະ​ດົມ​ທຶນ​ຊ່ວຍ​ເຫລືອ​ແມ່​ຍິງ ແລະ ເດັກ​ນ້ອຍ​ຜູ້​ທຸກຍາກ​ທີ່ຢູ່​ຫ່າງ​ໄກ​ສອກ​ຫລີກ ແລະ ອື່ນໆ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484704
ມື້ນີ້15
ມື້ວານ205
ອາທິດນີ້1142
ເດືອນນີ້4009