ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ປາຖະກະຖາ ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ຄົບຮອບ 64 ປີ

 

TradeUnion1

ອ່ານເພີ່ມເຕີມ... 

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫລືອ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ

20200121 Woman1

 

ໃນວັນທີ 21 ມັງກອນ 2020, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ນຳໂດຍ ທ່ານ ນາງ ອາລູນີ ກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ນຳເອົາວັດຖຸ ແລະ ປັດໃຈ ເຊິ່ງໃນນັ້ນລວມມີ ເຄື່ອງບໍລິໂພກ ຈໍານວນໜຶ່ງ ແລະ ເງິນສົດ ລວມເປັນມູນຄ່າທັງໝົດ 6.150.000 ກີບ ມອບໃຫ້ແກ່ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກຳລັງໃຈ ນຳໄປມອບໃຫ້ອ້າຍນ້ອງ, ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ.

ອ່ານເພີ່ມເຕີມ... 

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ຜູ້ແທນຊາວຫນຸ່ມກະຊວງການຕ່າງປະເທດ

20200110-youth1

20200110-youth2

ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມກະຊວງ​ການ​ຕ່າງປະ​ເທດ ​ໄດ້​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ຕົນຂຶ້ນຢ່າງເປັນທາງການໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 10 ມັງກອນ 2020, ທີ່​ຫ້ອງ​ປະຊຸມ​ໃຫຍ່ກະຊວງ​ການ​ຕ່າງປະ​ເທດ, ​ໂດຍພາຍໃຕ້​ການ​ເປັນ​ປະ​ທານ​ຂອງ​ ສະຫາຍ ​ອານຸພາບ ວົງໜໍ່ແກ້ວ, ກຳມະການ​ສູນ​ກາງ​ຊາວ​ຫນຸ່ມ​ປະຊາຊົນປະຕິວັດ​ລາວ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມກະຊວງ​ການ​ຕ່າງປະ​ເທດ ແລະ ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​, ລັດຖະມົນຕີ​​​ກະຊວງ​ການ​ຕ່າງປະ​ເທດ, ສະຫາຍ ອາລຸນໄຊ ສຸນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກສະພາແຫ່ງຊາດຊຸດທີVIII,  ໂດຍມີ​ຄະນະພັກກະຊວງ, ເລຂາຫນ່ວຍພັກ ແລະ ຕາງຫນ້າຫນ່ວຍພັກຈາກຫ້ອງການ ແລະ ບັນດາກົມຕ່າງໆອ້ອມຂ້າງກະຊວງ, ​ອົງການ​ຈັດ​ຕັ້ງ​ມະຫາຊົນ​, ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ, ສະມາຊິກຊາວ​ຫນຸ່ມກະຊວງການຕ່າງປະເທດ ແລະ ບັນດາ​ແຂກ​ຖືກ​ເຊີນຈາກສູນກາງຊາວຫນຸ່ມ ແລະ ກະຊວງອ້ອມຂ້າງຈຳນວນຫນຶ່ງ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ອ່ານເພີ່ມເຕີມ... 

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422672
ມື້ນີ້6
ມື້ວານ256
ອາທິດນີ້927
ເດືອນນີ້432