ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ

         

        

20220823 MOFA WU 5          

20220823 MOFA WU 1

20220823 MOFA WU 2

         

            

ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ໂດຍສະເພາະແມ່ນ ລະຫວ່າງ ເອື້ອຍນ້ອງແມ່ຍິງ ຂອງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ, ຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມເຮັດວຽກ ແລະ ແລກປ່ຽນບົດຮຽນ ທີ່ ສປປ ລາວ ໃນລະຫວ່າງວັນທີ 23-25 ສິງຫາ 2022.

           

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ສິງຫາ 2022, ທີ່ ກະຊວງການຕ່າງປະເທດ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ອາລູນີ ກົມມະສິດ, ພັນລະຍາ ສະຫາຍຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ແລະ ສະຫາຍ ນາງ ຫວູ ທິ ບິກ ຫງ໋ອກ, ພັນລະຍາ ສະຫາຍລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ, ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫລວງຮ່າໂນ້ຍ, ມີ ສະຫາຍ ນາງ ໄກມະນີ ອໍລະບູນ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ, ສະຫາຍ ນາງ ຫງວຽນ ມິ່ງ ຮັ່ງ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ແລະ ມີບັນດາສະຫາຍຜູ້ແທນຂອງສອງຝ່າຍເຂົ້າຮ່ວມ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ ກ່ຽວກັບ ສະພາບ ແລະ ການເຄື່ອນໄຫວ ໃນໄລຍະຜ່ານມາ ຂອງ ສະຫະພັນແມ່ຍິງກະຊວງຂອງຕົນ ໃຫ້ກັນ ແລະ ກັນຊາບ, ໂດຍສະເພາະ ແມ່ນດ້ານທີ່ຕັ້ງ, ພາລະບົດບາດ ແລະ ໂຄງຮ່າງການຈັດຕັ້ງ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຍັງໄດ້ແລກປ່ຽນບົດຮຽນ ກ່ຽວກັບ ບັນດາກິດຈະກໍາການເຄື່ອນໄຫວຂອງຕົນ, ການເຄື່ອນໄຫວຂອງກຸ່ມແມ່ຍິງອາຊຽນ, ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ-ແມ່-ເດັກ ແລະ ການກໍ່ສ້າງພະນັກງານສືບທອດເພດຍິງ, ຊຶ່ງ​ເປັນ​ວຽກ​ງານ​ທີ່​ມີ​ຄວາມ​ສຳ​ຄັນ ເພື່ອ​ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ​ໃນຂົງ​ເຂດ​ວຽກ​ງານ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ-ຊາຍ ​ແລະ ສະກັດ​ກັ້ນການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ, ພ້ອມທັງຊຸກຍູ້ສົ່ງເສີມການສ້າງພະນັກງານສືບທອດເພດຍິງໃຫ້ຫຼາຍຂຶ້ນ ເວົ້າ​ລວມ, ເວົ້າ​ສະ​ເພາະ ໃນ​ຂົງ​ເຂດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ກໍ່ຄື ນັກການທູດຍິງ. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົບປະແລກປ່ຽນບົດຮຽນ ໃນຄັ້ງນີ້ ເຊິ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ, ສະ​ແດງ​ເຖິງ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ ​ເວົ້າລວມ, ​ເວົ້າສະ​ເພາະ ​ແມ່ນ​ການ​ຮ່ວມ​ມື​ຂອງ​ແມ່ຍິງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ-ຫວຽດນາມ ​ໃຫ້​ສູ່​ລວງ​ເລິກ ​ແລະ ​ເປັນ​ຮູບ​ປະ​ທຳ ນັບ​ມື້​ໜັກ​ແໜ້ນຢ່າງ​ຕໍ່​ເນື່ອງ. ພ້ອມດຽວກັນນີ້, ຄະນະຜູ້ແທນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ຍັງໄດ້ແລກປ່ຽນຮີດຄອງປະເພນີ ແລະ ວັດທະນະທໍາລາວ, ໂດຍ​ໄດ້ຮຽນຟ້ອນລໍາວົງລາວ ແລະ ຈັງຫວະການເຕັ້ນແບບລາວ ແລະ ຍັງໄດ້​ຢ້ຽມ​ຢາມສະຖານ​ທີ່​ທ່ອງທ່ຽວ ທີ່ ນະຄອນຫຼວງວຽງຈັນ ​ເປັນຕົ້ນ: ພິພິທະພັນທໍາມະຊາດ, ພິພິທະພັນຜ້າໄໝລາວ.

            

          

20220824 MOFA WU 1

20220824 MOFA WU 2

         

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2022, ທີ່ ສະພາແຫ່ງຊາດລາວ,​ ສະຫາຍ ນາງ ນາລີ ສີສຸລິດ, ພັນລະຍາ ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຫວູ ທິ ບິກ ຫງ໋ອກ, ພ້ອມດ້ວຍຄະນະ. ໃນໂອກາດນີ້,  ສະຫາຍ ນາງ ນາລີ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນແມ່ຍິງ ກະຊວງການຕ່າງປະເທດ ສສ ຫວຽດນາມ ມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການນໍາເອົາໄມຕີຈິດ ມິດຕະພາບອັນດູດດື່ມແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງເອື້ອຍນ້ອງແມ່ຍິງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ. ພ້ອມນີ້, ສະຫາຍ ນາງ ນາລີ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍຜົນສໍາເລັດການແລກປ່ຽນບົດຮຽນຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນຄັ້ງນີ້, ເຊິ່ງເປັນບາດກ້າວທີ່ພົ້ນເດັ່ນຂອງການຮ່ວມມື ລະຫວ່າງ ສະຫະພັນແມ່ຍິງສອງກະຊວງການຕ່າງປະເທດ ກໍ່ຄື ພັນລະຍາການນໍາຂອງທັງສອງຝ່າຍ, ເຊິ່ງບົດບາດແມ່ຍິງ ໂດຍສະເພາະແມ່ນ ພັນລະຍາການນໍາ ໄດ້ປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ກັບບັນດາປະເທດຕ່າງໆ ກໍ່ຄືການຮັດແໜ້ນຄວາມສາມັກຄີພາຍໃນນັບມື້ນັບສູງຂຶ້ນ ແລະ ຍັງໄດ້ສະແດງຄວາມເຊື້ອໝັ້ນວ່າ ໃນອະນາຄົດ ບົດບາດຂອງແມ່ຍິງ ຍິ່ງຈະມີຄວາມສໍາຄັນໃນການປະກອບສ່ວນເຂົ້າ ໃນການພັດທະນາໂດຍລວມຂອງປະເທດ ກໍ່ຄືຂອງສາກົນ. ນອກນີ້, ສະຫາຍ ນາງ ນາລີ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍພັນລະຍາປະທານປະເທດ ສສ ຫວຽດນາມ ອີກດ້ວຍ. ໃນໂອກາດດຽວກັນນີ້, ສະຫາຍ ນາງ ຫວູ ທິ ບິກ ຫງ໋ອກ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານຜົນສໍາເລັດ ຂອງການພົບປະກັບ ຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດລາວ ແລະ ແຜນການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້. 

                 

          

20220825 MOFA WU 2

          

ນອກຈາກນັ້ນ, ໃນວັນທີ 25 ສິງຫາ 2022 ຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມເມືອງວັງວຽງ ແລະ ໄດ້ພົບປະກັບ ສະຫະພັນແມ່ຍິງແຂວງວຽງຈັນ, ພ້ອມທັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆ ທີ່ວັງວຽງ ເຊັ່ນ: ຖໍ້ານາງຟ້າ, ທໍາມະຊາດນໍ້າຊອງ ແລະ ອື່ນໆ.

------------***-----------

      

                

   

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485474
ມື້ນີ້175
ມື້ວານ227
ອາທິດນີ້510
ເດືອນນີ້4779