ໃນຕອນບ່າຍວັນທີ 08 ມັງກອນ 2015, ທີ່ ສູນກິລາຄົບວົງຈອນ ກູດໄລ, ຄະນະບໍລິຫານສູນກາງຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະ ຊາຍ ແລະ ຍິງ ເພື່ອຊິງຂັນ ຄະນະບໍລິຫານສູນກາງຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄຕພ. ໃຫ້ກຽດເຂົ້າຮ່ວມໂດຍແມ່ນ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ທ່ານ ແສງແກ້ວ ປວງປະດິດ, ເລຂາຄະນະບໍລິຫານງານຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄຕພ, ມີບັນດາຫົວຫນ້າກົມ, ຮອງກົມ ແລະ ບັນດາສະມາຊິກຊາວຫນຸ່ມ ຂອງ ກະຊວງການຕ່າງປະເທດ ແລະ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.