ໃນວັນທີ 14 ມີນາ 2020, ທີ່ ເດີ່ນຕີດອກປີກໄກ່ ບຶງຂະຫຍອງ (Sport View), ນະຄອນຫຼວງວຽງຈັນ, ຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຈັດກິດຈະກຳແຂ່ງຂັນກິລາຕີດອກປີກໄກ່ ຊິງຂັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV ແລະ ກອງປະຊຸມໃຫຍ່ຂອງ 03 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ, ພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດວງມະນີ ຍອດສີອຸດົມ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ, ຫົວໜ້າກົມ ສົນທິສັນຍາ ແລະ ກົດໝາຍ, ມີບັນດາສະມາຊິກຊາວໜຸ່ມຂອງແຕ່ລະໜ່ວຍ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.