ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສາມອົງການຈັດຕັ້ງມະຫາຊົນຂອງກົມການຂ່າວ ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອແກ່ໂຮງຮຽນປະຖົມແກ້ງໄຄ້

 

Press 21 5 22

Press 21 5 22 1

Press 21 5 22 2

Press 21 5 22 3

 

      ໃນວັນທີ 21 ພຶດສະພາ 2022, ສາມອົງການຈັດຕັ້ງມະຫາຊົນປະກອບດ້ວຍ ກຳມະບານຮາກຖານ, ໜ່ວຍຊາວໜຸ່ມ ແລະ ໜ່ວຍແມ່ຍິງ ຂອງກົມການຂ່າວ, ກະຊວງການຕ່າງປະເທດ, ໄດ້ເດີນທາງໄປມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງຮຽນປະຖົມສົມບູນແກ້ງໄຄ້, ບ້ານແກ້ງໄຄ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເຊິ່ງຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນກ່າວມອບໂດຍ ທ່ານ ພອນທະວີ ບຸດດາລາ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ນາງ ພອນແສງ ລາຄຳ, ຜູ້ອຳນວຍການໂຮງຮຽນປະຖົມສົມບູນແກ້ງໄຄ້, ໂດຍມີທ່ານຮອງນາຍບ້ານ ບ້ານແກ້ງໄຄ້, ບັນດາຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ແລະ ສະມາຊິກຈາກສາມອົງການຈັດຕັ້ງມະຫາຊົນຂອງກົມການຂ່າວ, ບັນດາຄູອາຈານ ແລະ ນ້ອງນັກຮຽນປະຖົມແກ້ງໄຄ້ ເຂົ້າຮ່ວມຢ່າງພ້ອມພຽງ.

 

     ໃນພິທີມອບຮັບເຄື່ອງຊ່ວຍເຫຼືອ, ທ່ານຫົວຫນ້າກົມ ພອນທະວີ ບຸດດາລາ ໄດ້ກ່າວວ່າ ການນຳເຄື່ອງອຸປະຖຳຊ່ວຍເຫຼືອມາມອບໃຫ້ແກ່ໂຮງຮຽນປະຖົມສົມບູນແກ້ງໄຄ້ໃນຄັ້ງນີ້ແມ່ນເພື່ອປະກອບສ່ວນເຂົ້າໃນການປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ແນໃສ່ໃຫ້ຄູອາຈານ ແລະ ນ້ອງນັກຮຽນ ກໍຄືໂຮງຮຽນແຫ່ງນີ້ປອດຈາກພະຍາດໂຄວິດ-19, ພ້ອມທັງສົ່ງເສີມໃຫ້ລູກຫຼານນ້ອງນັກຮຽນ ມີຄວາມມັກຮັກໃນການຮໍ່າຮຽນ ແລະ ການຫຼີ້ນກິລາ ເພື່ອໃຫ້ມີສຸຂະພາບແຂງແຮງ ແລະ ສ້າງພູມຄຸມກັນໃຫ້ແກ່ຮ່າງກາຍ. ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບດ້ວຍອຸປະກອນຕ້ານພະຍາດໂຄວິດ-19 ປະເພດ ສະບູລ້າງມື, ເຈວລ້າງມືຂ້າເຊື້ອ, ໜ້າກາກອັດປາກ-ດັງ, ເຄື່ອງວັດແທກອຸນນະພູມ ແລະ ເຄື່ອງວັດແທກນ້ຳຫນັກ-ລວງສູງ, ພ້ອມດ້ວຍອຸປະກອນສົ່ງເສີມການສຶກສາ ແລະ ເຄື່ອງກິລາສຳລັບນັກຮຽນ, ລວມມູນຄ່າທັງໝົດ 9.412.000 ກີບ.

 

       ໃນໂອກາດດຽວກັນ, ທ່ານ ນາງ ພອນແສງ ລາຄຳ, ຜູ້ອໍານວຍການໂຮງຮຽນປະຖົມສົມບູນແກ້ງໄຄ ກໍໄດ້ຕາງໜ້າໃຫ້ພະນັກງານຄູອາຈານ ສະແດງຄວາມຍິນດີຕ້ອນຮັບ ແລະ ຮູ້ບຸນຄຸນຢ່າງສູງມາຍັງສາມອົງການຈັດຕັ້ງມະຫາຊົນຂອງກົມການຂ່າວ ກະຊວງການຕ່າງປະເທດ ທີ່ໄດ້ມອບເຄື່ອງອຸປະຖໍາຊ່ວຍເຫຼືອຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການສຶກສາຮ່ຳຮຽນຂອງເດັກນັກຮຽນ ແລະ ທາງໂຮງຮຽນຈະນຳໃຊ້ເຄື່ອງຊ່ວຍເຫຼືອດັ່ງກ່າວໃຫ້ເກີດປະໂຫຍດສູງສຸດເຂົ້າໃນໂຄງການສອນ-ການຮຽນ ຂອງຄູອາຈານ ແລະ ນ້ອງນັກຮຽນ, ກໍຄືການຈັດຕັ້ງປະຕິບັດບັນດາມາດຕະການປ້ອງການ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂຮງຮຽນ ເພື່ອໃຫ້ປອດຈາກເຊື້ອໂຄວິດ 19.

 

Press 21 5 224

ນອກຈາກນີ້, ສາມອົງການຈັດຕັ້ງມະຫາຊົນຂອງກົມການຂ່າວ ຍັງໄດ້ມອບເຈວລ້າງມືຂ້າເຊື້ອ ແລະ ໜ້າກາກອັດປາກ-ດັງ ຈຳນວນໜຶ່ງໃຫ້ແກ່ຫ້ອງການບ້ານແກ້ງໄຄ້ ແລະ ວັດຊົນລະປະທານໄຊຍະຣາມ ຢູ່ບ້ານແກ້ງໄຄ້ເຊັ່ນດຽວກັນ.

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422669
ມື້ນີ້3
ມື້ວານ256
ອາທິດນີ້924
ເດືອນນີ້429