ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດງານລ້ຽງນໍ້າຊາ ປະຈໍາປີ 2022 ເພື່ອພົບປະແລກປ່ຽນວັດທະນະທໍາ ກັບ ບັນດາທູຕານຸທູດ-ນັກການທູດຍິງ ຂອງບັນດາສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ.

 

20221118 Tea Party 2022 1

20221118 Tea Party 2022 7 1

20221118 Tea Party 2022 3 1

20221118 Tea Party 2022 8

20221118 Tea Party 2022 11 2

20221118 Tea Party 2022 11 1

 

ໃນວັນທີ 18 ພະຈິກ 2022, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ຫຼັກ 5, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາ ປະຈໍາປີ 2022 ຂຶ້ນ ເພື່ອເປັນການພົບປະແລກປ່ຽນວັດທະນະທໍາ ກັບບັນດາທູຕານຸທູດ-ນັກການທູດຍິງ ຂອງບັນດາສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ໂດຍການເປັນປະທານຂອງ ທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາພັນລະຍາການນໍາ, ການນໍາເພດຍິງ, ນັກການທູດຍິງ ຂອງກະຊວງການຕ່າງປະເທດປະເທດ, ບັນດາພັນລະຍາທູຕານຸທູດ, ນັກການທູດຍິງ ຈາກສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງບັນດາກະຊວງ, ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນໂອກາດນີ້, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ຂຶ້ນກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການຈັດງານລ້ຽງນໍ້າຊາ, ເຊິ່ງເປັນກິດຈະກໍາທີ່ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດຂຶ້ນເປັນປະຈໍາທຸກປີ ເພື່ອໃຫ້ນັກການທູດຍິງ ຂອງກະຊວງການຕ່າງປະເທດລາວ, ບັນດາພັນລະຍາທູຕານຸທູດ, ຫົວໜ້າສໍານັກງານ ແລະ ນັກການທູດຍິງ ຂອງບັນດາສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໄດ້ພົບປະສ້າງຄວາມລຶ້ງເຄີຍ, ຄວາມສະໜິດສະໜົມ ແລະ ຄວາມຮັກແພງ, ພ້ອມທັງເປັນການແລກປ່ຽນວັດທະນະທໍາ ເຊິ່ງກັນ ແລະ ກັນ.

 

ພ້ອມດຽວກັນນີ້, ທ່ານ ນາງ ອາລຸນີ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາແຂກທີ່ເຂົ້າຮ່ວມງານໃນຄັ້ງນີ້, ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈຕໍ່ ບັນດາສໍານັກງານຕາງໜ້າການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ການຮ່ວມມື ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ສປປ ລາວ ກໍຄື ການຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍລາວ ຕະຫຼອດໄລຍະຜ່ານມາ, ແລະ ສະແດງຄວາມຫວັງວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ, ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງລາວ ເພື່ອສາມາດບັນລຸໄດ້ຕາມແຜນຍຸດທະສາດທີ່ວາງໄວ້.

 

ທ່ານ ນາງ ອາລຸນີ ກົມມະສິດ ຍັງໄດ້ຍົກໃຫ້ເຫັນບາງກິດຈະກໍາການເຄື່ອນໄຫວທີ່ພົ້ນເດັ່ນຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ກຸ່ມແມ່ຍິງອາຊຽນ ໃນໄລຍະຜ່ານມາ ໂດຍສະເພາະການປະກອບສ່ວນຊ່ວຍເຫຼືອສັງຄົມ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ແລະ ຈະສືບຕໍ່ຮ່ວມກັບພາກສ່ວນຕ່າງໆ ໃນການສ້າງຫຼາຍກິດຈະກໍາທີ່ເປັນປະໂຫຍດ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີຮັກແພງ, ສະໜິດສະໜົມ ທັງຍັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມການພັວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຕ່າງໆ ເພື່ອຍົກສູງພາລະບົດບາດ ແລະ ຄວາມອາດສາມາດຂອງແມ່ຍິງ ກໍຄື ນັກການທູດຍິງ ໃຫ້ນັບມື້ນັບເຂັ້ມແຂງ.

 

ໃນງານລ້ຽງນໍ້າຊາ ຄັ້ງນີ້, ໄດ້ມີການວາງສະແດງສິນຄ້າຫັດຖະກໍາ ແລະ ອາຫານລາວ ຂອງບັນດາໜ່ວຍແມ່ຍິງ ພາຍໃນກະຊວງການຕ່າງປະເທດ ແລະ ຍັງມີການວາງສະແດງສິນຄ້າ, ຂອງທີ່ລະນຶກ, ອາຫານເອກະລັກປະຈໍາຊາດ ແລະ ອື່ນໆ ຂອງບັນດາສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີການສະແດງສິລະປະ ຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ສິລະປະອັນເປັນເອກະລັກປະຈໍາຊາດຂອງ ບັນດາສໍານັກງານການທູດຕ່າງປະເທດ, ເຊິ່ງໄດ້ສ້າງບັນຍາກາດອັນຄຶກຄື້ນ, ເບີກບານມ່ວນຊື່ນ ແລະ ປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480286
ມື້ນີ້116
ມື້ວານ157
ອາທິດນີ້684
ເດືອນນີ້6517