ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ຫ້ອງວ່າການປົກຄອງແຂວງວຽງຈັນ

 

MofaWomenVisitedVTprovince 1MofaWomenVisitedVTprovince 2

MofaWomenVisitedVTprovince 3

 

ໃນວັນທີ 9 ທັນວາ 2022, ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ລະຫວ່າງ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ຫ້ອງວ່າການປົກຄອງແຂວງວຽງຈັນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ປອ. ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ, ໂດຍມີຮອງປະທານສະຫະພັນແມ່ຍິງແຂວງວຽງຈັນ, ຫົວໜ້າພະແນກການຕ່າງປະເທດ ແລະ ປະທານສະຫະພັນແມ່ຍິງຫ້ອງວ່າການປົກຄອງແຂວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງຫ້ອງວ່າການປົກຄອງແຂວງວຽງຈັນ ແລະ ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້້າຮ່ວມຢ່າງພ້ອມພຽງ.

 

ໃນໂອກາດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ທ່ານຫົວໜ້າຫ້ອງວ່າການແຂວງວຽງຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ໄດ້ແຈ້ງສະພາບຈຸດພິເສດຂອງແຂວງວຽງຈັນໃຫ້ຊາບ ໂດຍຫຍໍ້ ລວມທັງການພັດທະນາທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ ເຊິ່ງ ໃນຕົ້ນປີ 2022 ແຂວງສາມາດປະກາດລົບລ້າງຄວາມທຸກຍາກໄດ້ 690 ບ້ານ, ແຕ່ກໍຍັງມີ 7.000 ປາຍກວ່າຄອບຄົວ ທີ່ຍັງທຸກຍາກຢູ່. ໃນໄລຍະ 2 ປີຜ່ານມາແຂວງວຽງຈັນ ແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປັນແຂວງ ທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍອັນດັບ 2 ຮອງຈາກນະຄອນຫລວງວຽງຈັນ. ທ່ານຫົວໜ້າຫ້ອງວ່າການແຂວງວຽງຈັນ ຍັງໄດ້ສະແດງຄວາມຂອບໃຈ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫລືອມາມອບໃຫ້ໃນຄັ້ງນີ້ ແລະ ຢືນຢັນວ່າຈະຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃນການນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປ ຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍ ຢູ່ພາຍໃນແຂວງ.

 

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການເຄື່ອນໄຫວ ຂອງສະຫະພັນແມ່ຍິງກະ ຊວງການຕ່າງປະເທດ ທັງເປັນກິດຈະກຳເພື່ອປະກອບສ່ວນໃຫ້ແກ່ ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ທີ່ຫາກໍ່ຜ່ານພົ້ນໄປ. ພ້ອມດຽວກັນນັ້ນ, ຍັງເປັນການປະກອບສ່ວນ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ ລັັດຖະບານວາງອອກ. ເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: 1). ສະບູຂ້າເຊື້ອ ຈໍານວນ 25 ແກັດ; 2). ເຄື່ອງແທກລວງສູງ ຈໍານວນ 25 ອັນ; 3) ເຄື່ອງແທກອຸນະພູມ ຈໍານວນ 02 ແກັດ; 4) ເຄື່ອງຫຼີິິ້ນເດັກນ້ອຍ ຈໍານວນ 05 ແກັດ;  5) ເຄື່ອງກວດພະຍາດໂຄວິດ-19 (ATK) ຈໍານວນ 05 ແກັດ; 6) ຜ້າອັດປາກ-ດັງ ຈໍານວນ 10 ແກັດ ແລະ 7) ຖົງມືການແພດ ຈໍານວນ 05 ແກັດ.

 

ພາຍຫຼັງພິທີມອບ-ຮັບເຄື່ອງຊ່ວຍເຫຼືອ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ໄປຢ້ຽມ ຢາມ ພື້ນຖານການຜະລິດກະສິກຳ ແລະ ຫັດຖະກຳ ຂອງແຂວງວຽງຈັນ ຈຳນວນໜຶ່ງອີກດ້ວຍ.

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422674
ມື້ນີ້8
ມື້ວານ256
ອາທິດນີ້929
ເດືອນນີ້434