ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ຈະເຂົ້າຮ່ວມກອງປະຊຸມ CLV DTA ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມຕ່າງໆ

ໃນວັນທີ 18 ທັນວາ 2017, ທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ​ຈະ​ນໍາພາ ຄະນະ​ຜູ້​ແທນ ​​ສປປ ​ລາວ ທັງຈາກ ກະຊວງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຈາກ 4 ແຂວງ ຄື: ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງ ເດີນທາງເຂົ້າ​ຮ່ວມກອງປະຊຸມ ລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 11 ທີ່ ແຂວງ ບິງເຟືອກ, ສສ ຫວຽດນາມ, ຊຶ່ງຈະຈັດຂຶ້ນ ໃນວັນທີ 19 ທັນວາ 2017 ນີ້.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ຜົນກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC) ຄັ້ງທີ 10 ໃນເດືອນທັນວາ 2015 ທີ່ ແຂວງຈຳປາສັກ ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນເດືອນພະຈິກ 2016 ທີ່ ສຽມລຽບ, ກຳປູເຈຍ, ພ້ອມທັງປຶກສາຫາລື ກ່ຽວກັບ ບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເປັນອຸປະສັກ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ 3 ປະເທດ ກໍຄືໃນ 13 ແຂວງ ຂອງເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແນໃສ່ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາຍາວນານ ຂອງ 3 ຊາດ ແລະ ນຳຄວາມຈະເລີນສີວິໄລ ມາສູ່ເຂດສາມຫຼ່ຽມພັດທະນາ ໃຫ້ນັບມື້ ນັບຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຄັ້ງດັ່ງກ່າວ, ໄດ້ມີກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆ ຄື: ກອງປະຊຸມເຈົ້າໜ້າທີ່ອາວຸໂສເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA) ຄັ້ງທີ 11,​ ກອງປະຊຸມອະນຸກຳມະການຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດ ຄັ້ງທີ 10, ກອງປະຊຸມອະນຸກຳມະການ ດ້ານເສດຖະກິດ ຄັ້ງທີ 10, ກອງປະຊຸມອະນຸກຳມະການ ດ້ານສັງຄົມ ແລະ ສິ່ງແວດລ້ອມ ຄັ້ງທີ 8, ກອງປະຊຸມອະນຸກຳມະການປະສານງານລະດັບແຂວງ ຄັ້ງທີ 9, ກອງປະຊຸມສໍາມະນາວ່າດ້ວຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ນອກນັ້ນ, ຈະມີກອງປະຊຸມໜ່ວຍງານວິຊາການ ຄັ້ງທີ 2 ກ່ຽວກັບ ແຜນປະຕິບັດງານເຊື່ອມຈອດເສດຖະກິດ CLV ຮອດປີ 2030, ເວທີປຶກສາຫາລືຊາວໜຸ່ມ ແລະ ງານວາງສະແດງສິນຄ້າ ແລະ ການທ່ອງທ່ຽວ.

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483908
ມື້ນີ້32
ມື້ວານ183
ອາທິດນີ້346
ເດືອນນີ້3213