ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ໃນຫົວຂໍ້: “ການທູດ ແລະ ເສດຖະກິດ”

diff1

diff2

    ​ໃນ​ວັນ​ທີ 06 ທັນວາ 2016 ທີ່ ກະຊວງການຕ່າງປະເທດ, ສະຫະພັນກຳມະບານກະຊວງການຕ່າງປະເທດ ຮ່ວມກັບ ໜ່ວຍກຳມະບານກົມເສດຖະກິດກະຊວງການຕ່າງປະເທດ ​ໄດ້ຈັດກອງປະຊຸມເຜີຍແຜ່ ໃນຫົວຂໍ້: ການທູດ ແລະ ເສດຖະກິດ ໃຫ້ກຽດຂຶ້ນບັນລະຍາຍໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂດຍມີຄະນະນຳກະຊວງການຕ່າງປະເທດ ແລະ ສະມາຊິກກຳມະບານອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ 270 ທ່ານ.

  ຈຸດປະສົງຂອງກອງປະຊຸມເຜີແຜ່ຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນ ກ່ຽວກັບ ຄວາມສໍາຄັນຂອງການທູຸດເສດຖະ ກິດໃນປະຈຸບັນ ເພື່ີອໃຫ້ບັນດາສະມາຊິກກຳມະບານ ແລະ ພະນັກງານອ້ອມຂ້າງກະຊວງການຕ່າງປະເທດໄດ້ຮັບຮູ້, ເຂົ້າໃຈ ແລະ ກຳໄດ້ເຖິງບັນຫາການທູດເສດຖະກິດ.

    ໃນກອງປະຊຸມຄັ້ງນີ້ ທ່ານ ບຸນເກີດ ສັງສົມສັກ ໄດ້ອະທິບາຍເຖິງປະເພດຂອງການທູດຕ່າງໆ ເປັນຕົ້ນແມ່ນ ການທູດການເມືອງ, ການທູດເສດຖະກິດ, ການທູດວັດຖະນະທຳ-ສັງຄົມ, ການທູດປະຊາຊົນ. ນອກຈາກນີ້, ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຂອງການທູດເສດຖະກິດ ໂດຍສະເພາະແມ່ນການປະຕິຮູບໂຄງສ້າງ ຂອງການທູດໃນປະຈຸບັນໃຫ້ກາຍເປັນການທູດຍຸກໃໝ່ ກໍ່ຄືເນັ້ນໃສ່ການປະສານງານກັບພາກສ່ວນຕ່າງໆ ໃຫ້ເປັນເອກະພາບ ແລະ ມີທິດທາງລວມ, ເປີດກ້ວາງໃຫ້ຂະແໜງການຕ່າງໆ ທັງພາກລັດ ແລະ ເອກະຊົນມີບົດບາດຫຼາຍຂຶ້ນ, ການຫັນເປັນສາກົນ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ການຂະຫຍາຍຂົງເຂດເສດຖະກິດກໍ່ຄືເປີດກ້ວາງການຕະຫຼາດ, ການພັດທະນາແບບຍືນຍົງຕາມການແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484689
ມື້ນີ້205
ມື້ວານ188
ອາທິດນີ້1127
ເດືອນນີ້3994