ໃນວັນທີ 15 ພະຈິກ 2016, ທີ່ ຫໍປະຊຸມແຫ່ງຊາດ, ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງ ທ່ານສິນລະວົງຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາເຈົ້າຄອງນະຄອນຫຼວງ ຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ໃນວັນທີ 4 ພະຈິກ 2016, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016ທີ່ ໂຮງແຮມຈຳປາສັກແກຣນ, ແຂວງຈຳປາສັກ. ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມດັ່ງກ່າວ ແລະ ມີຕາງຫນ້າພະແນກການຕ່າງປະເທດ, ພະແນກອຸດສະຫະກຳ ແລະ ການຄ້າແລະ ສະພາການຄ້າຂອງບັນດາແຂວງພາກກາງ, ພາກໃຕ້ ແລະ ນະຄອນຫລວງວຽງຈັນ ລວມທັງໝົດຈໍານວນປະມານ 150 ທ່ານ ເຂົ້າຮ່ວມ.
ໃນວັນທີ 28 ຕຸລາ 2016, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນສໍາເລັດຂອງການເປັນປະທານອາຊຽນຂອງສປປລາວ ໃນປີ 2016, ໂດຍສະເພາະ ຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອກອື່ນໆທີ່ກ່ຽວຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 6-8 ກັນຍາ 2016 ໃຫ້ບັນດາແຂວງພາກເໜືອທີ່ໂຮງແຮມຫຼວງພະບາງວິວ, ແຂວງຫຼວງພະບາງ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ມີນັກວິທະຍາກອນ 2 ທ່ານ ຊຶ່ງແມ່ນຫົວໜ້າເຈົ້າໜ້າທີ່ອາວຸໂສເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ຫົວໜ້າເຈົ້າໜ້າທີ່ອາວຸໂສເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ສໍາລັບຜູ້ເຂົ້າຮ່ວມແມ່ນບັນດາຜູ້ຕາງໜ້າຈາກ 9 ແຂວງພາກເໜືອ ລວມທັງໝົດຈໍານວນ 150 ທ່ານ.