ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວສໍາເລັດ ການເຂົ້າຮ່ວມກອງປະຊຸມເວທີປະຊາທິປະໄຕບາຫຼີ ຄັ້ງທີ 9

bali forum

    ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມປະຊຸມເວທີປະຊາທິປະໄຕບາຫຼີ ຄັ້ງທີ 9 Bali Democracy Forum (BDF)ພາຍໃຕ້ຫົວຂໍ້ "ສາດສະໜາ, ປະຊາທິປະໄຕ ແລະ ຄວາມຫຼາກຫຼາຍ", ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 8-9 ທັນວາ 2016, ທີ່ ບາຫຼີ, ສາທາລະນະລັດ ອິນໂດເນເຊຍ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີຄະນະຜູ້ແທນທີ່ມາຈາກ 96 ປະເທດ, ໃນນັ້ນລວມມີ ບັນດາປະເທດໃນພາກພື້ນອາຊີປາຊີຟິກ ຕະຫຼອດຮອດ ເອີຣົບ, ອາເມລິກາ ແລະ ອາຟຣິກາ.

   ຫົວໜ້າຄະນະຜູ້ແທນລາວ ໄດ້ເປັນກຽດຂຶ້ນກ່າວບົດຄໍາເຫັນ ໃນພາກອະຟິປາຍທົ່ວໄປ. ທໍາອິດ ທ່ານໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫຼົດໃຈຢ່າງຈິງ ແລະ ເຫັນອົກເຫັນໃຈ ຕໍ່ລັດຖະບານ ອິນໂດເນເຊຍ ແລະ ຜູ້ຖືກເຄາະຮ້າຍຈາກເຫດການແຜ່ນດິນໄຫວຢູ່ ແຂວງ ອາເຈ (Aceh) ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນອິນໂດເນເຊຍ ທີ່ດໍາລົງຊີວິດຢູ່ແຂວງດັ່ງກ່າວ.

   ຫົວໜ້າຄະນະຜູ້ແທນລາວ ໄດ້ໃຫ້ທັດສະນະວ່າ ສາດສະຫນາ, ປະຊາທິປະໄຕ ແລະ ຄວາມຫຼາກຫຼາຍແມ່ນຄ່ານິຍົມທີ່ມີລັກສະນະສາກົນ ບົນພື້ນແຫ່ງຄວາມສະໝັກໃຈທີ່ສະແດງອອກຕາມຄວາມມຸ້ງຫວັງ ຂອງປະຊາຊົນ ໃນການກໍານົດສາດສະຫນາ, ລະບົບການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ຂອງຕົນເອງ ແລະ ການມີສ່ວນຮ່ວມຢ່າງເຕັມທີ່ໃນທຸກດ້ານຂອງການເຄື່ອນໄຫວດໍາລົງຊີວິດຂອງຕົນ. ນອກນັ້ນ, ຫົວໜ້າຄະນະຜູ້ແທນລາວ ໄດ້ຢືນຢັນວ່າ ປະຊາທິປະໄຕທີ່ແທ້ຈິງຄວນເບິ່ງວ່າປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເມື່ອປະເທດໃດປະເທດໜຶ່ງຮັກສາຄ່ານິຍົມທີ່ວ່າ ລັດຖະບານຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ນັ້ນໝາຍເຖິງລະບົບປະຊາທິປະໄຕທີ່ແທ້ຈິງ ໂດຍບໍ່ຂຶ້ນກັບວ່າຈະເປັນລະບົບການເມືອງ, ລະບົບພັກ ຫຼື ລະບົບການເລືອກຕັ້ງ ທີ່ປະເທດນັ້ນຮັບຮອງເອົາ.

   ທ່ານຍັງໄດ້ຍົກໃຫ້ເຫັນຕື່ມອີກວ່າ ລາວ ມີປະສົບການໃນການເຄື່ອນໄຫວເຕົ້າໂຮມສາດສະໜາ, ເຊິ່ງສະແດງອອກຜ່ານແນວລາວຮັກຊາດ, ປະຈຸບັນຮຽກວ່າ ແນວລາວສ້າງຊາດ ມີພາລະບົດບາດສໍາຄັນໃນການເຕົ້າໂຮມປະຊາຊົນລາວບັນດາເຜົ່າທຸກສາດສະໜາ ແລະ ຊັ້ນຄົນ  ໃນທົ່ວປະເທດ    ເຂົ້າຮ່ວມ

   ການເຄື່ອນໄຫວຕໍ່ສູ້ກັບພວກລ່າເມືອງຂຶ້ນ, ເພື່ອຍາດແຍ່ງເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບຂັ້ນພື້ນຖານ. ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນໃນທຸກສາດສະໜາ, ລວມທັງຜູ້ທີ່ບໍ່ຖືສາດສະໜາ ສາມາດນໍາເອົາໄຊຊະນະມາສູ່ກໍາມືຂອງປະຊາຊົນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຢ່າງສໍາເລັດຜົນ ໃນວັນທີ 2 ທັນວາປີ 1975.ມາຮອດປະຈຸບັນ, ຄວາມຫຼາກຫຼາຍຂອງປະຊາຊົນບັນດາເຜົ່າໄດ້ຍັງຄົງໄດ້ຮັບການປົກປັກຮັກສາ ແລະ ຄວາມເຊື່ອຂອງປະຊາຊົນ ໃນສາດສະຫນາ ຕະຫຼອດຮອດການເຄື່ອນໄຫວຊີວິດປະຈໍາວັນຂອງເຂົາເຈົ້າ ໄດ້ຮັບການປົກປ້ອງຈາກລັດຖະທໍາມະນູນ ແລະ ກົດໝາຍ ຢູ່ໃນ ສປປ ລາວ.

   ກອງປະຊຸມເວທີປະຊາທິປະໄຕບາຫຼີໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2008 ໂດຍ ທ່ານ ດຣ H. Susilo Bambang Yudhoyono, ອະດີດປະທານປະເທດຂອງສາທາລະນະລັດອິນໂດເນເຊຍ, ເຊິ່ງມີຈຸດປະສົງເພື່ອສົ່ງເສີມການພັດທະນາປະຊາທິປະໄຕໃນພາກພື້ນ. ການສົນທະນາປຶກສາຫາລືໃນກອງປະຊຸມເວທີປະຊາທິປະໄຕບາຫຼີ ແມ່ນບົນພື້ນຖານການເປີດກວ້າງ, ການອະຟິປາຍແບບສ້າງສັນ, ແລະ ການແລກປ່ຽນປະສົບການຈາກແຕ່ລະປະເທດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485615
ມື້ນີ້120
ມື້ວານ196
ອາທິດນີ້651
ເດືອນນີ້4920