ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດ ຫວຽດຄົນໃໝ່

st am viet

ໃນ​ວັນ​ທີ 3 ມັງກອນ 2017, ທີ່​ ສຳນັກງານ​ຄະນະພົວພັນ​ຕ່າງປະ​ເທດ ​ສູນ​ກາງ​ພັກ, ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງ​ປະ​ເທດ ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ ທ່ານ ຫງວຽນ ບາ ຮຸ່ງ, ​ເອກ​ອັກຄະ​ລັດຖະທູດ ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ​ໃນ​ໂອກາດ​ທີ່​ມາ​ຮັບ​ໜ້າ​ທີ່​ໃໝ່ ຢູ່ ສປປ ລາວ ​ເຊິ່ງ​ທ່ານ​ທູດ​​ແມ່ນ​ເປັນ​ແຂກ​ຜູ້​ທຳ​ອິດ ​ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໃນ​ປີ 2017.

​ໃນ​ໂອກາດ​ດັ່ງກ່າວ, ທ່ານນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ສະ​​ແດງ​ຄວາມ​ຊົມ​ເຊີຍ ​ແລະ ອວຍພອນ ທ່ານ ຫງວຽນ ບາ ຮຸ່ງ ທີ່​ໄດ້​ຮັບມອບ​ໝາຍ​ໜ້າ​ທີ່ ​ເປັນ​ເອກ​ອັກຄະ​ລັດຖະທູດວິສາມັນ ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສສ ຫວຽດນາມ​ ປະຈໍາ ສປປ ລາວ ຄົນ​​ໃໝ່ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານ​ທູດ​ຄົນ​ໃໝ່ ຈະ​ສືບ​ຕໍ່​ໃຫ້ການ​ຮ່ວມ​ມື ​ແລະ ປະສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ ເປັນ​ຂົວ​ຕໍ່​ປະສານ​ງານ ລະຫວ່າງ ພັກ, ລັດ ລາວ-ຫວຽດນາມ. ເວົ້າ​ລວມ, ​ເວົ້າ​ສະ​ເພາະ ລະຫວ່າງ ​ບັນ​ດາ​ອົງການ​ຈັດ​ຕັ້ງ​ຂອງ​ພັກ, ອົງການ​ຈັດ​ຕັ້ງມະຫາຊົນ​ ຂອງລາວ-ຫວຽດນາມ. ອັນ​ພິ​ເສດ ​ກໍ​ແມ່ນ​ໃນ​ປີ 2017 ສອງ​ປະ​ເທດ​ຈະ​​ໄດ້​ປະສານ​ສົມທົບ​ກັນ ຈັດ​ຕັ້ງບັນດາ​ກິດຈະກຳ​ການ​ເຄື່ອນ​​ໄຫວ ສະ​ເຫລີ​ມສະຫລອງ ວັນ​ສ້າງ​ຕັ້ງ​ສາ​ຍພົວພັນ​ການ​ທູດ ລາວ-ຫວຽດນາມ ຄົບຮອບ 55 ປີ, ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ ​ໃຫ້​ມີ​ບັນຍາກາດ​ຄຶກຄື້ນ, ປະກອບ​ສ່ວນ​ເຂົ້າ​ ໃນ​ການ​ເສີມ​ຂະຫຍາຍ ສາຍ​ພົວພັນ​ມິດຕະພາບ​ ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະຫວ່າງ ສອງ​ພັກ-ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາ​ວ-ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ສູງ​ຍິ່ງໆ​ຂຶ້ນ.

ພ້ອມ​ດຽວ​ກັນ, ທ່ານ ຫງວຽນ ບາ ຮຸ່ງ ກໍ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ມີ​ໂອກາດ​ເຂົ້າຢ້ຽມ​ຂໍ່ານັບ ທ່ານ​ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ ​ສູນ​ກາງ​ພັກ ​ໃນ​ໂອກາດ​ທີ່​ຕົນ​ມາ​ຮັບໜ້າ​ທີ່​ ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ຄົນ​ໃໝ່ ​ແລະ ​ເນັ້ນໜັກ​ວ່າ​ຕົນ​ເອງ ​ແລະ ພະນັກງານ​ສະຖານທູດ ຈະ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ການ​ຕ່າງປະ​ເທດ ​ເປັນ​ຂົວ​ຕໍ່​​ໃນ​ການ​ປະສານ​ສົມທົບ ກັບ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ ກໍ​ຄື​ບັນດາ​ກະຊວງ, ອົງການ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຂອງ​ລາວ ​ເພື່ອ​ປະກອບ​ສ່ວນ​ເຂົ້າ​ ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ​ໃຫ້​ນັບ​ມື້ນັບ​ແຕກ​ດອກ​ອອກ​ຜົນ​ ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ໝັ້ນຄົງ​ຕະຫລອດ​ໄປ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484566
ມື້ນີ້82
ມື້ວານ188
ອາທິດນີ້1004
ເດືອນນີ້3871