ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ທ່ານເອກອັກຄະລັດຖະທູດ ຣັດເຊຍ ປະດັບຫຼຽນຍ້ອງຍໍ ໃຫ້ແກ່ອະດີດທູດລາວ ປະຈຳ ລັດເຊຍ

 

Russianambassadorgivemedaltolaos1

 

ໃນວັນທີ 8 ກຸມພາ 2017, ທີ່ ສະຖານເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ, ທ່ານ ທ່ຽງ ບຸບຜາ, ອະດີດເອກອັກຄະລັດຖະທູດວີສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ ໄດ້ຮັບຫລຽນຍ້ອງຍໍຂອງກະຊວງການຕ່າງປະເທດ ຣັດເຊຍ, ຊຶ່ງເປັນກຽດມອບໂດຍ ທ່ານ ມີຄາອີນ ບາຣານນົບ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໂດຍມີ ທ່ານ ບຸນເຫລືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ແລະ ຕາງໜ້າກົມພາຍໃນກະຊວງການຕ່າງປະເທດ ແລະ ລວມທັງ ພະນັກງານສະຖານທູດ ຣັດເຊຍ ເຂົ້າຮ່ວມເປັນສັກຂີພິຍານໃນພິທີມອບຫຼຽນດັ່ງກ່າວ.

ການມອບຫລຽນຍ້ອງຍໍຂອງກະຊວງການຕ່າງປະເທດ ຣັດເຊຍ ​ໃຫ້​ແກ່ ທ່ານ ທ່ຽງ ບຸບຜາ ໃນຄັ້ງ​ນີ້ ​ແມ່ນຜົນງານຂອງຜູ້ກ່ຽວໃນໄລຍະປະຕິບັດໜ້າທີ່ການທູດຢູ ຣັດເຊຍ ແຕ່ປີ 2011-2016 ທີ່ໄດ້​ການ​ປະກອບ​ສ່ວຍ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື ​ມີ​ມາ​ແຕ່​ຍາວ​ນານ ລະຫວ່າງ ລາວ-ຣັດ​ເຊຍ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງຕະຫລອດ​ມາ ອັນ​ພົ້ນ​ເດັ່ນ​ແມ່ນ​ການ​ຊຸກຍູ້​ໃຫ້​ມີ​ການ​ແລກ ປ່ຽນ​ການຢ້ຽມຢາມ​ໄປມາຫາສູ່​ກັນ ລະຫວ່າງ ການ​ນໍາ​ຂັ້ນ​ສູງ​ຂອງ ສປປ ລາວ ​ແລະ ສະຫະພັນ ຣັດ​​ເຊຍ ຢ່າງ​ເປັນ​ປົກກະ​ຕີ, ຊຶ່ງ​ມາ​ໃນ​ໄລຍະ​ໃໝ່​ ການ​ພົວພັນ​ຮ່ວມ​ມືຂອງ​ສອງ​ປະ​ເທດ ລາວ-ຣັດ​ເຊຍ ​ໄດ້​ກ້າວ​ຂຶ້ນ​ສູ່​​ລະດັບ​ໃໝ່ ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນໍາ​ກັນ.

ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ​ແລ້ວ ​ທ່ານ ທ່ຽງ ບຸບຜາ​ ຍັງ​ມີ​ບົດບາດປະກອບ​ສ່ວນ​​ຊຸກຍູ້ການ​ຮ່ວມ​ມືດ້ານ​​ເສດຖະກິດ-​ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ສື​ກສາ-​ວັດທະນະ​ທໍາ ​ແລະ ດ້ານ​ອື່ນໆ. ຕໍ່​ຜົນງານ​ ​​​ແລະ ຄຸນ ງາມຄວາມດີ ​ໃນ​ການ​ປະກອບສ່ວນ​ຢ່າງ​ຫ້າວຫັນດັ່ງກ່າວ ກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດ​ເຊຍ ຈຶ່ງ​ໄດ້​ມອບ​ຫຼຽນຍ້ອງຍໍ​ ​ໃຫ້​ແກ່ ທ່ານ ທ່ຽງ ບຸບຜາ, ອະດີດເອກອັກຄະລັດຖະທູດວີສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພັນ ຣັດເຊຍ ໃນໂອກາດຈົບການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ຣັດເຊຍ.

 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ອວຍພອນປີໃໝ່ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ

LaoEmTh VietNY

 

ໃນວັນທີ 02 ກຸມພາ 2017, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ພ້ອມດ້ວຍພະນັກງານສະຖານທູດລາວ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ຕັດ ຖັງ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ຣາຊະອານາຈັກໄທ ເນື່ອງໃນໂອກາດປີ​ໃໝ່​ຂອງ​ປະຊາຊົນ​ຫວຽດນາມ.

ອ່ານເພີ່ມເຕີມ... 

ສະຖານທູດລາວ ທີ່ພະນົມເປັນ ຈັດການແຂ່ງຂັນກິລາບານເຕະມິດຕະພາບ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ

 

CambodiaWeb1

 

CambodiaWeb2

 

ໃນ​ວັນ​ທີ 14 ມັງກອນ 2017, ທີ່ ສະຖານ​ເອກອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະ​ຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ ຮ່ວມກັບຫ້ອງການທີ່ປຶກສາທູດຝ່າຍທະຫານ ​​ໄດ້ຈັດ​ການແຂ່ງຂັນ​ກິ​ລາບານເຕະ​ມິດຕະພາບ ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 68 ປີ (20 ມັງກອນ 1949 - 20 ມັງກອນ 2017) ໂດຍມີ ພະນະທ່ານ ປຣະສິດ ​ໄຊ​ຍະ​ສິດ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ແຫ່ງ ສປປ ລາວ ປະ​ຈໍາ ຣາຊະ​ອານາຈັກ ກໍາປູ​ເຈຍ ພ້ອມດ້ວຍພັນລະຍາ ​ເປັນ​ກຽດ​ເຂົ້າ​ຮ່ວມ​ຊົມ​ການ​ແຂ່ງຂັນ ພ້ອມ​ດ້ວຍ​ພະນັກງານສະຖານທູດ​ລາວ, ຫ້ອງການທີ່ປຶກສາທູດຝ່າຍທະຫານ ​ແລະ ນັກ​ສຶກສາລາ​ວ​ເຂົ້າ​ຮ່ວມທັງໝົດ ຈໍານວນ 75 ຄົນ, ການແຂ່ງຂັນແມ່ນ​ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄວາມສາມັກຄີອັນແໜ້ນແຟ້ນ ແລະ ໃນວັນທີ 18 ມັງກອນ 2017, ຢູ່ຫ້ອງການທີ່ປຶກສາທູດຝ່າຍຫານ ແຫ່ງ ສປປ ລາວ ທ່ານ ພົນຕີ ພາດ ວິປົນໂສເພຍ, ຫົວໜ້າກົມພົວພັນຕ່າງປະເທດ, ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ກໍໄດ້ເຂົ້າອວຍພອນ ທ່ານ ພັນເອກ ໂສວັດ ວັນຕິສຸກ, ທີ່ປຶກສາທູດຝ່າຍທະຫານ ແຫ່ງ ສປປ ລາວ ແລະ ຄະນະ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ​ເພື່ອ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະພາບ, ຄວາມສາມັກຄີ ​ແລະ ການ​ຮ່ວມ​ມືລະຫວ່າງສອງຊາດ, ສອງກອງທັບ ລາວ-ກໍາປູເຈຍ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486421
ມື້ນີ້117
ມື້ວານ220
ອາທິດນີ້83
ເດືອນນີ້5726