ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຊຽງໄຮ້ ສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 41 ປີ

Shanghai 41pee

 

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 41 ປີ (2 ທັນວາ 1975 - 2 ທັນວາ 2016) ທີ່ໄດ້ວຽນບັນຈົບຄົບຮອບມາອີກວາລະໜຶ່ງ. ໃນວັນທີ 3 ທັນວາ 2016, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຊຽງໄຮ້, ໄດ້ຈັດຕັ້ງພິທີໂຮມຊຸມນຸມ ເພື່ອສະເຫຼີມສະຫຼອງວັນຊາດຂຶ້ນ, ທີ່ ມະຫາວິທະຍາໄລຕົ່ງຫົວ, ນະຄອນຊຽງໄຮ້ ເຊິ່ງມີບັນດາພະນັກງານປະຈຳສະຖານກົງສຸນໃຫຍ່ ແລະ ນັກສຶກສາລາວທີ່ຢູ່ນະຄອນຊຽງໄຮ້ ແລະ ເຂດໃກ້ຄຽງອ້ອມຂ້າງ ເຂົ້າຮ່ວມປະມານ 300 ກວ່າຄົນ.

ໃນໂອກາດນີ້, ເພື່ອເປັນການປຸກລະດົມຂົນຂວາຍດ້ານແນວຄິດການເມືອງ ໃຫ້ບັນດານັກສຶກສາລາວມີນ້ຳໃຈຮັກເຊື້ອແພງຊາດ ປະກອບສ່ວນຢ່າງຫ້າວຫັນໃນການພັດທະນາປະເທດຊາດ ໃນນາມເປັນໜໍ່ແໜງຂອງປະເທດຊາດ, ທ່ານ ນາງ ສີສະໄໝ ຫຼວງຈັນດາວົງ, ກົງສຸນໃຫຍ່ ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດມູນເຊື້ອຄວາມເປັນມາ ແລະ ຄວາມໝາຍສຳຄັນຂອງວັນຊາດ 2 ທັນວາ ຊີ້ໃຫ້ເຫັນຄວາມສຳຄັນຂອງວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດທີ່ ປວງຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ທ່ານຍັງໄດ້ກ່າວເຖິງການສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 41 ປີ ຜ່ານມາ ແລະ ທິດທາງ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ວັນທີ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ, ໃນວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ (13/12/1920-13/12/2016), ທ່ານກົງ ສຸນໃຫຍ່ ຍັງໄດ້ເລົ່າປະຫວັດ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ, ຜູ້ນຳອັນແສນເຄົາລົບຮັກຂອງ ປະຊາຊົນລາວບັນດາເຜົ່າ.

ພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 41 ປີນີ້ ເຊິ່ງເປັນຄວາມໝາຍລ້ຳຄ່າ ທີ່ປຸກລະດົມນ້ຳໃຈເຮັດໃຫ້ບັນດານັກສຶກສາທັງໝົດທີ່ເຂົ້າຮ່ວມ ແມ່ນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ວັນສຳຄັນດັ່ງກ່າວ ພ້ອມ ທັງເປັນແຮງບັນດານໃຈໃຫ້ຕັ້ງໜ້າສຶກສາຮ່ຳຮຽນໃຫ້ປະສົບຜົນສຳເລັດ ເພື່ອນຳເອົາວິຊາຄວາມຮູ້ທີ່ໄດ້ຮຽນມາ ໄປປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດຕໍ່ໄປ.

ໃນພິທີຄັ້ງນີ້ ຍັງມີການສະແດງສິລະປະຂອງນັກສຶກສາ ເຊິ່ງເປັນການເຮັດໃຫ້ງານສະເຫຼີມສະຫຼອງມີບັນຍາກາດອັນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ, ມີເນື້ອໃນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486034
ມື້ນີ້165
ມື້ວານ168
ອາທິດນີ້1070
ເດືອນນີ້5339