ໃນວັນທີ 02 ກຸມພາ 2017, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ພ້ອມດ້ວຍພະນັກງານສະຖານທູດລາວ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ຕັດ ຖັງ, ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ຣາຊະອານາຈັກໄທ ເນື່ອງໃນໂອກາດປີໃໝ່ຂອງປະຊາຊົນຫວຽດນາມ.
ໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ກ່າວຄໍາອວຍພອນປີໃໝ່, ສົ່ງຄໍາອວຍພອນໄຊອັນປະເສີດແດ່ຜູ້ນໍາພັກ-ລັດ. ເວົ້າລວມ, ເວົ້າສະເພາະ ທ່ານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍພະນັກງານ ຈົ່ງມີແຕ່ຄວາມສຸກໂຊກດີປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ນໍາພາປະເທດຫວຽດນາມກ້າວສູ່ຄວາມສໍາເລັດໃນທຸກດ້ານ, ອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນ.