ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມ ຄັ້ງທີ 22 ຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ

aichr

ຄະ​ນະ​ກໍາ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ ວ່າ​ດ້ວຍ ​ສິດ​ທິ​ມະ​ນຸດ (ASEAN Intergovern-mental Commission on Human Rights ຫຼື AICHR) ໄດ້​ຈັດ​ກອງ​ປະ​ຊຸມ ຄັ້ງທີ 22 ​ຂຶ້ນ ​ລະ​ຫວ່າງ ວັນ​ທີ 23-25 ພະຈິກ 2016 ທີ່ ແຂວງ ຫຼວງພະບາງ, ສປປ ລາວ ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ພູ​ໂຂງ ສີ​ສຸ​ລາດ, ຫົວ​ໜ້າ​ກົມ​ສົນ​ທິ​ສັນ​ຍາ​ ແລະ ກົດ​ໝາຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ສຳລັບ​ປີ 2016 ໂດຍ​ມີ​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ເຈົ້າ​ໜ້າ​ທີ່​ກອງ​ເລ​ຂາອາ​ຊຽນ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້​ປຶກສາ​ຫາລື​ໃນ​ຫຼາຍຫົວ​ຂໍ້ ​ເປັນຕົ້ນ​ແມ່ນການ​ລາຍ​ງານ​ກ່ຽວກັບຈັດ​ຕັ້ງ​ບັນດາ​ກິດຈະກຳ​ຕ່າງໆໃນປີ 2016 ​ເຊັ່ນ:ກອງ​ປະຊຸ​ມປຶກສາ​ຫາລືກ່ຽວກັບ​ແງ່​ມຸມ​ສິດທິ​ມະນຸດ​ໃນ​ການຈັດຕັ້ງປະຕິບັດ​ສົນທິສັນ ຍາ​ອາຊຽນວ່າ​ດ້ວຍ​ການ​ຕ້ານ​ການ​ຄ້າ​ມະນຸດ ​ລະຫວ່າງ​ ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາຊຽນວ່າ​ດ້ວຍ​ສິດທິ​ມະນຸດ ​ແລະ ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນວ່າ​ດ້ວຍ​ການຕ້ານອາ​ຊະ​ຍາ​ກຳ​ຂ້າມ​ຊາດ (SOMTC), ກອງ​ປະຊຸມ​ລະດັບ​ພາກພື້ນກ່ຽວກັບ​ການ​ຜັນ​ຂະຫຍາຍສິດທິ​ຂອງ​ຄົນ​ພິການ ​ເຂົ້າ​ໃນ​ປະຊາ​ຄົມ​ອາຊຽນ​, ​ແລະ ການ​ຝຶກອົບຮົມ​ກ່ຽວກັບ​ສິດ​ຂອງ​ຄົນ​ພິການ, ສິດທິມະນຸດ ແລະຄວາມຮັບຜິດຊອບຕໍ່ສັງຄົມຂອງບໍລິສັດ ແລະ ກິດຈະກໍາອື່ນໆ ທີ່ຄະນະກຳມາທິການໄດ້ຈັດຕັ້ງປະຕິບັດໃນ 1 ປີຜ່ານມາ. ກອງ​ປະຊຸມ​ຍັງ​ໄດ້ປຶກສາ​ຫາລື​ກ່ຽວກັບ​ແຜນບູລິມະສິດໃນ​ປີ 2017 ເຊິ່ງ​ລວມ​ມີ​ການ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ແ​ລ​ະ ການ​ເຮັດ​ບົດ​ສຶກ​ສາ​ຄົ້ນ​ຄວ້າ​ໃນ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ສິດ​ທິ​ມະ​ນຸດ​ກັບ​ສິ່ງ​ແວດ​ລ້ອມ, ສິດ​ທິ​ໃນ​ການ​​ໄດ້​ຮັບ​ການສຶກ​ສາ, ສິດທິ​ຂອງ​ຄົນ​ພິການ,ການ​ເຂົ້າ​ເຖິງ​ຄວາມ​ຍຸ​ຕິ​ທຳ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ກົດ​ໝາຍ, ການປະຕິບັດກົດໝາຍ ສາກົນດ້ານສິດທິມະນຸດໂດຍອົງການຕຸລາການ ແລະ ອື່ນໆ. ​ໃນມື້ສຸດທ້າຍຂອງກອງປະຊຸມຄັ້ງນີ້ ໄດ້ມີການມອບ-ຮັບການເປັນປະທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ຂອງ ສປປ ລາວ ​ໃຫ້ແກ່ຟີລິບປິນ ລະຫວ່າງ ທ່ານ ພູໂຂງ ສີສຸລາດ, ປະທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ປີ 2016 ແລະ ທ່ານ ນາງ ເບລິນດາ ເອັມ ອານເຕ, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ສປປ ລາວ ໃນນາມຜູ້ຕາງໜ້າຊົ່ວຄາວຂອງຟີລິບປິນ ປະຈຳ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ, ການເປັນປະທານຂອງຟີລິບປິນຈະເລີ່ມຂຶ້ນແຕ່ມື້ວັນທີ 1 ມັງກອນ ຫາ 31 ທັນວາ 2017

ຄະ​ນະ​ກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ ​ວ່າ​ດ້ວຍ​ ສິດ​ທິ​ມະ​ນຸດ ຖືກສ້າງ​ຕັ້ງ​ຂຶ້ນ ໃນປີ 2009​ພາຍ​ໃຕ້​ກົດ​ບັດ​ອາ​ຊຽນ ​ເປັນ​ອົງ​ກອນຫຼັກ​ໃນ​ການ​ສົ່ງ​ເສີມ​ການຮ່ວມ​ມື​​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ອາ​ຊຽນ​, ​ການ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ອາ​ຊຽນ ​ວ່າ​ດ້ວຍ​ ສິດ​ທິ​ມະ​ນຸດ, ບັນ​ດາ​ຖະ​ແຫຼງ​ການ​ອື່ນໆທີ່​ກ່ຽວ​ຂ້ອງ​ຂອງ​ອາ​ຊຽນ​ ກໍ​ຄື ພັນ​ທະ​ພາຍ​ໃຕ້​ສົນ​ທິ​ສັນ​ຍາ, ສັນ​ຍາ​ທີ່​ບັນ​ດາ​ປະ​ເທດ​ອາຊຽນ​ເປັນ​ພາ​ຄີ ບົນ​ພື້ນ​ຖານ​ສະ​ພາບ​ເງື່ອນ​ໄຂ ແລະ ຈຸດ​ພິ​ເສດ​ຂອງ​ພາກ​ພື້ນ ແລະ ຂອງ​ແຕ່​ລະ​ປະ​ເທດ​​ສະ​ມາ​ຊິກ. ​

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486041
ມື້ນີ້172
ມື້ວານ168
ອາທິດນີ້1077
ເດືອນນີ້5346