ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານທູດລາວ ທີ່ ປະນົມເປັນ ຈັດປາຖະກະຖາ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ ແລະ ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29

Cambodia  41 1

 

Cambodia 41 2

 

ໃນຕອນບ່າຍວັນທີ 25 ທັນວາ 2016, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ໄດ້ຈັດປາຖະກະຖາເລົ່າມູນເຊື້ອ ວັນຊາດ 02 ທັນວາ ຄົບຮອບ 41 ປີ ( 02 ທັນວາ 1975 02 ທັນວາ 2016), ໃຫ້ກຽດເຜີຍແຜ່ໂດຍ ທ່ານ ໄພລາມ ອຸດົມຄໍາ, ອຸປະທູດຊົ່ວຄາວ, ມີພະນັກງານສະຖານທູດ ພ້ອມດ້ວຍນັກສຶກສາລາວ ທີ່ສຶກສາຢູ່ ກໍາປູເຈຍ ເຂົ້້າຮ່ວມ 70 ຄົນ.

ອ່ານເພີ່ມເຕີມ... 

ສະຖານທູດແຫ່ງ ສປປລາວ ປະຈໍາຣາຊະອານາຈັກໄທ ຮ່ວມງານຮ້ອຍໃຈໄທພວນຄັ້ງທີ 33

lao thai hj

ໃນວັນ​ທີ 18 ທັນວາທີ່​ຜ່ານ​ມານີ້, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າຫ້ອງການສະຖານທູດພ້ອມດ້ວຍ ຄະນະໄດ້ໃຫ້​ກຽດ​ເຂົ້າຮ່ວມ​ງານຮ້ອຍໃຈໄທພວນ ຄັ້ງທີ 33 ທີ່​ຈັດ​ຂຶ້ນ​ທີ່ສະໂມສອນທະຫານ ປືນໃຫ່ຍ ເຂດກຸງເທບມະຫານະຄອນ ໂດຍ ມີ​ທ່ານ​ພ​ົນ​ໂທ ທະ​ນະ​ພັດ ສີ​ຄຸນ​ໄຊ​ພັດ, ປະ​ທານ​ສະ​ມາ​ຄົມ​ໄທ​ພວນ​ແຫ່ງ​ປະ​ເທດ​ໄທ ພ້ອມດ້ວຍພີນ້ອງ ຊາວໄທພວນ ຈາກ 23 ຈັງຫວັດເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ.

ອ່ານເພີ່ມເຕີມ... 

ລັດຖະບານລາວ ເອົາໃຈໃສ່ສົ່ງເສີມສິດທິມະນຸດ (ເນື່ອງໃນວັນສິດທິມະນຸດສາກົນ ທີ 10 ທັນວາ)

 

 

ສປປ ລາວ ຍາມໃດກໍເອົາໃຈໃສ່ຕໍ່ການປົກປ້ອງ, ສົ່ງເສີມສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງ. ສິດທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທໍາ ແລະ ຄອບຄົວ ໄດ້ຮັບການຄໍ້າປະກັນໄວ້ ໃນລັດຖະທຳມະ ນູນ, ກົດໝາຍ ແລະ ນິຕິກຳຕ່າງໆຂອງ ສປປ ລາວ, ເຊິ່ງສອດຄ່ອງກັບພັນທະ ແລະ ຄໍາໜັ້ນສັນຍາດ້ານສິດທິມະນຸດຂອງ ສປປ ລາວ ໃນລະດັບພາກພື້ນ ແລະ ສາກົນ. ລັດຖະທຳມະນູນ ສະບັບປັບປຸງ ປີ 2015 ມາດຕາ 34 ໄດ້ກຳນົດວ່າ: ພົນລະເມືອງລາວ ແມ່ນ ຜູ້ມີສັນຊາດລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ລັດ ຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງ ຕາມກົດໝາຍ.

ສ ປປ ລາວ ເປັນພາຄີສົນທິສັນຍາຫຼັກດ້ານສິດທິມະນຸດຂອງ ສປຊ ຈຳນວນ 7 ສະບັບ ເຊິ່ງລວມມີ ສົນທິສັນຍາ ​ວ່າ​ດ້ວຍ​ ການ​ລົບ​ລ້າງ​ທຸກ​ຮູບ​ແບບການຈຳ​ແນ​ກຕໍ່​ແມ່ຍິງ, ສົນທິສັນຍາ ​ວ່າ​ດ້ວຍ ​ສິດທິ​ເດັກ, ສົນທິສັນຍາ ​ວ່າ​ດ້ວຍ​ ສິດທາ​ງດ້ານ​ການ​ເມືອງ ​ແລະ ສິດ​ຂອງ​ພົນລະ​ເມືອງ, ສົນທິສັນຍາ ​ວ່າ​ດ້ວຍ ​ສິດທາ​ງດ້ານ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ, ​ສົນທິສັນຍາ ວ່າດ້ວຍ ການລຶບລ້າງທຸກຮູບແບບການຈຳແນກເຊື້້ອຊາດ,​ ສົນທິສັນຍາ ວ່າດ້ວຍ ສິດຂອງຄົນພິການ ແລະ ສົນທິສັນຍາ ວ່າດ້ວຍການຕ້ານການທໍລະມານ. ກົດໝາຍຫຼາຍສະບັບທີ່ຮັບຮອງເອົາໂດຍສະພາແຫ່ງຊາດໃນແຕ່ລະຊຸດ, ນິຕິກຳລຸ່ມກົດໝາຍຫຼາຍສະບັບ ສົ່ງເສີມ ແລະ ປົກປ້ອງສິດທິມະນຸດຂອງປະຊາຊົນບັນດາເຜົ່າ ບົນພື້ນຖານຄວາມສະເໝີພາບ ແລະ ການບໍ່ຈຳແນກ. ສປປ ລາວ ພວມສຸມໃສ່ການສ້າງແຜນປະຕິບັດງານແຫ່ງຊາດ ເພື່ອປະຕິບັດຂໍ້ສະເໜີແນະການທົບທວນປະຈຳໄລຍະຂອງສະພາສິດທິມະນຸດ ສປຊ (UPR) ຈຳນວນ 116 ຂໍ້ທີ່ ສປປ ລາວ ໄດ້ຮັບຮອງເອົາໃນປີ 2015. ສປປ ລາວ ພວມ​ກະກຽມບົດລາຍງານແຫ່ງຊາດພາຍໃຕ້ສົນທິຍາສັນຍາວ່າດ້ວຍສິດທາງ​ດ້ານ​ການ​ເມືອງ ​ແລະ ສິດ​ຂອງ​ພົນ​ລະ​ເມືອງ,​ ສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ ​ແລະ ສົນທິສັນ​ຍາ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບແບບ​ການຈຳ​ແນ​ກຕໍ່​ແມ່ຍິງ.

ລັດຖະບານ​ລາວ ​ໄດ້​ສ້າງຕັ້ງກົນ​ໄກ​ລະດັບ​ຊາດ ​​ໃນ​ການ​ປະສານ​ງານ ​ແລະ ​ເຄື່ອນ​ໄຫວ​ວຽກງານ​ດ້ານ​ສິດທິ​ມະນຸດ ​ຄື: ຄະນະຊີ້ນຳ​ລະດັບ​ຊາດ​ໃນ​ການ​ປະສານ​ງານ​ດ້ານ​ສິດທິ​ມະນຸດ, ຄະນະ​ກຳມາ​ທິການ​​ເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ ​ແລະ ວຽກ​ແມ່ ​ແລະ ​ເດັກແຫ່ງ​ຊາດ, ຄະນະ​ກຳມະການ​ແຫ່ງຊາດເພື່ອ​ຄົນ​ພິການ ​ແລະ ຜູ້​ສູງ​ອາຍຸ. ໂຄງປະກອບ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ຄະນະ​ຊີ້ນຳ​ລະດັບ​ຊາດ​ໃນ​ການ​ປະສານ​ງານ​ດ້ານ​ສິດທິ​ມະນຸດ ​ພວມ​ຢູ່​ໃນ​ຂັ້ນຕອນ​ການ​ປັບປຸງ ​ເພື່ອແນໃສ່ເຮັດໃຫ້ການປະສານງານດ້ານສິດທິມະນຸດ ​ລະຫວ່າງ ​ບັນດາ​ກະຊວງ​, ອົງການ​ຈັດຕັ້ງລັດຂັ້ນສູນ​ກາງ ແລະ ອົງການ​ປົກຄອງ​ທ້ອງ​​ຖິ່ນໄດ້ດີກວ່າເກົ່າ.

ລັດຖະບານລາວໃຫ້ຄວາມສຳຄັນໃນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດ, ການສ້າງຄວາມສາມາດຂອງພະນັກງານ, ລັດຖະກອນ ແລະ ເຈົ້າໜ້າທີ່ ໃນການຈັດຕັ້ງປະຕິບັດພັນທະສາກົນຂອງ ສປປ ລາວ ຢ່າງຖືກຕ້ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງ ສປປ ລາວ. ກອງປະຊຸມສຳມະນາ ແລະ ການຝຶກອົບຮົມດ້ານສິດທິມະນຸດ ໄດ້ຮັບການຈັດຕັ້ງຂຶ້້ນຫຼາຍຄັ້ງ ໃຫ້ແກ່ພະນັກງານລັດຖະກອນຂັ້ນສູນກາງ, ແຂວງ ແລະ ເມືອງ, ເຈົ້າໜ້າທີ່ປະຕິບັດກົດໝາຍ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ສະຖາບັນການສຶກສາ.

ໃນລະດັບພາກພື້ນ, ສປປ ລາວ ເອົາໃຈໃສ່ຮ່ວມມືດ້ານສິດທິມະນຸດໃນຂອບອາຊຽນ ໂດຍສະເພາະ ໃນການເຄື່ອນໄຫວຂອງຄະນະກໍາມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ (AICHR), ຄະນະກຳມາທິການ ວ່າດ້ວຍ ການສົ່ງເສີມ ແລະ ການປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍອາຊຽນ (ACWC), ແລະ ປະກອບສ່ວນໃນການສ້າງຖະແຫຼງການອາຊຽນວ່າດ້ວຍສິດທິມະນຸດ (ASEAN Human Rights Declaration ຫຼື AHRD)ເຊິ່ງຄຳນຶງເຖິງລັກສະນະຈຸດພິເສດຂອງພາກພື້ນ ແລະ ຂອງແຕ່ລະປະເທດອາຊຽນ, ຖະແຫຼງການອາຊຽນ ວ່າດ້ວຍການລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ, ຖະແຫຼງການອາຊຽນ ວ່າດ້ວຍ ການລົບລ້າງຄວາມຮຸນແຮງຕໍ່ເດັກ ແລະ ເອກະສານທີ່ສຳຄັນອື່ນໆຂອງອາຊຽນ. ໃນ​ປີ 2016, ສປປ ລາວ ​ໄດ້​ເຮັດໜ້າທີ່​ເປັນ​ປະທານຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ອາຊຽນ ວ່າດ້ວຍ ສິດທິມະນຸດ ຢ່າງສຳເລັດຜົນ ແລະ ໄດ້ຮັບການຕີລາຄາສູງຈາກປະເທດສະມາຊິກອາຊຽນ ພ້ອມທັງໄດ້ຮັບປະກັນທັດສະນະດ້ານສິດທິມະນຸດຢ່າງຖືກຕ້ອງໃນການສ້າງປະຊາຄົມອາຊຽນ.

       ໃນລະດັບສອງຝ່າຍ, ສປປ ລາວ ສົນທະນາດ້ານສິດທິມະນຸດກັບສະຫະພາບເອີຣົບ ແລະ ອົດສະຕາລີ. ນອກຈາກນີ້, ສປປ ລາວ ຍັງແລກປ່ຽນບົດຮຽນ ແລະ ປະສົບການດ້ານສິດທິມະນຸດກັບບາງປະເທດ ເພື່ອແລກປ່ຽນພາກປະຕິບັດທີ່ດີກ່ຽວກັບການຈັດຕັ້ງປະຕິບັດສິດທິມະນຸດ. ສປປ ລາວ ໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນການຈັດຕັ້ງເຜີຍແຜ່, ສ້າງຄວາມສາມາດຂອງພະນັກງານ ແລະ ເຈົ້າໜ້າທີ່ໃນການປະຕິບັດພັນທະສາກົນດ້ານສິດທິມະນຸດຂອງ ສປປ ລາວ.

ໃນຊຸມປີຕໍ່ໜ້າ ສປປ ລາວ ຈະສືບຕໍ່ຮ່ວມມືກັບວົງຄະນະຍາດສາກົນໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດບົນພື້ນຖານຄວາມສະເໝີພາບ, ບໍ່ແຊກແຊງວຽກງານພາຍໃນຂອງກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ພ້ອມດຽວກັນກໍຈະສຸມໃສ່ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8, ການພັດທະນາລັດແຫ່ງກົດໝາຍຮອດປີ 2020 ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າໄດ້ຊົມໃຊ້ສິດທິພື້ນຖານຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດພັນທະ ແລະ ຄຳໝັ້ນສັນຍາດ້ານສິດທິມະນຸດໃນລະດັບພາກພື້ນ ແລະ ສາກົນ.

 

ໂດຍ: ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633