ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ບາງກອກ ປາຖະກະຖາມູນເຊື້ອສອງວັນປະຫວັດສາດ

Thai Em1 Thai Em2

Thai Em13

 

ໃນຕອນບ່າຍຂອງວັນທີ 1 ທັນວາ ນີ້, ຢູ່ທີ່ ສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ບາງກອກ, ປະເທດໄທ, ໄດ້ຈັດປາຖະກະຖາເລົ່າມູນເຊື້ອສອງວັນປະຫວັດສາດ ວັນຊາດ 2 ທັນວາ ຄົບຮອບ 41 ປີ ( 2 ທັນວາ 1975 - 2 ທັນວາ 2016), ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົຍຮອບ 96 ປີ ( 13 ທັນວາ 1920 - 13 ທັນວາ 2016). ໃຫ້ກຽດເຜີຍແຜ່ໂດຍ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຣາຊາອານາຈັກໄທ, ມີພະນັກງານສະຖານທູດ ແລະ ຕາງໜ້ານັກສຶກສາລາວ ທີ່ພວມສຶກສາຢູ່ໃນປະເທດໄທ ເຂົ້າຮ່ວມ 60 ກວ່າຄົນ.

ທ່ານເອກອັກຄະລັດຖະທູດ ຫລີ ບຸນຄ້ຳ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງ ວັນຊາດ 2 ທັນວາ ເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນຫຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ, ອັນໄດ້ໄຂສັງກາດໃໝ່ໃຫ້ ແກ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະລະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ປະເທດຊາດມີເອກະລາດ ທີ່ສົມບູນ, ມີອະທິປະໄຕຢ່າງຄົບຖ້ວນເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ.

ທ່ານທູດ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນແຫ່ງການພັດທະນາເສດຖະກິດ-ສັງຄົມ ໂດຍລວມໃນໄລຍະຜ່ານມາ ທີ່ມີທັງກາລະໂອກາດເອື້ອອຳນວຍ ແລະ ສິ່ງທ້າທາຍຫລາຍຢ່າງ. ໃນ 1 ປີ ຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ-ລັດ, ປວງຊົນລາວບັນດາເຜົ່າສາມາດຜ່ານຜ່າອຸປະສັກນາໆປະການ, ເຮັດສຳເລັດໜ້າທີ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ປະເທດຊາດມີສະຖຽນລະພາບທາງການເມືອງ, ຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ຄວາມທຸກຍາກນັບມື້ຫລຸດລົງ, ຄວາມສາມັກຄີພາຍໃນເປັນປືກແຜ່ນແໜ້ນໜ້າ, ບົດບາດຂອງຊາດໃນເວທີ ພາກພື້ນ-ສາກົນ ນັບມື້ນັບສູງເດັ່ນຂຶ້ນ.

ທ່ານທູດໄດ້ຍົກໃຫ້ເຫັນຊິວິດ ແລະ ການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ທີ່ຕິດພັນກັບພາລະກິດຕໍ່ສູ້ປະຕິວັດກູ້ຊາດເປັນເວລາຍາວນານ ຕ້ານຈັກກະພັດຜູ້ຮຸກຮານ. ທ່ານເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ. ຕະຫລອດໄລຍະຊິວິດຂອງເພີ່ນແມ່ນເຕັມໄປດ້ວຍຄວາມເສຍສະລະເພື່ອຊາດ ແລະ ເພື່ອປະຊາຊົນ. ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ, ນັກສຶກສາ ຈົ່ງຮ່ຳຮຽນເອົາແບບຢ່າງຄຸນສົມບັດອັນຍອດຍິ່ງຂອງ ປະທານ ໄກສອນ ພົມວິຫານ ເພື່ອໃຫ້ກາຍເປັນພະນັກງານຜູ້ດີເດັ່ນ ນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນ.

ກ່ອນໜ້ານີ້ ໃນວັນທີ 27 ພະຈິກ, ສາມອົງການຈັດຕັ້ງມະຫາຊົນຂອງສະຖານທູດລາວ ທີ່ ບາງກອກ ກໍ່ໄດ້ຈັດຂະບວນການອອກແຮງງານລວມ ແລະ ແຂ່ງຂັນກິລາ ເພື່ອຂ່ຳນັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຣອບ 41 ປີ ຢ່າງເປັນຂະບວນຟົດຟຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484533
ມື້ນີ້49
ມື້ວານ188
ອາທິດນີ້971
ເດືອນນີ້3838