ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ສປປ.ລາວ ປະຈໍາປະເທດໄທ ພົບປະຜູ້ບັນຊາການກອງທັບບົກຄົນໃໝ່

em thai solder

    ວັນທີ 22 ພະຈິກ 2016, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ພົນເອກ ສະເຫຼີມໄຊ ສິດທິສາດ, ເພື່ອສະແດງຄວາມຍິນດີໃນ ໂອກາດເຂົ້າຮັບຕຳແໜ່ງ ຜູ້ບັນຊາການທະຫານບົກ ຄົນໃໝ່.

          ໃນໂອກາດພົບປະ, ທ່ານເອກອັກຄະລັດຖະທູດລາວໄດ້ ສະແດງຄວາມເສຍໃຈ ຕໍ່ການສະຫວັນນະຄົດ ຂອງພະເຈົ້າມະຫາຊິວິດພູມີພົນ ອະດຸນຍະເດດ ແລະ ກ່າວສະແດງຄວາມຂອບໃຈຕໍ່ ບັນດາໂຄງການຂອງພະອົງທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ເພື່ອພັດທະນາຄຸນນະພາບຊິວິດການເປັນຢູ່ ຂອງປະຊາຊົນລາວ ໂດຍສະເພາະສູນການພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ທີ່ມີຄວາມໝາຍເຊື່ອມສາຍສຳພັນລະຫວ່າງສອງປະເທດ ລວມທັງໄດ້ຢືນຢັນຄືນເຖິງຄວາມສຳພັນອັນດີງາມ ແລະ ມິດຕະພາບທີດີຖານບ້ານໃກ້ເຮືອນຄຽງລະຫວ່າງກັນຜ່ານກົນໄກຕ່າງໆ ພິເສດການຮ່ວມມືດ້ານຄວາມໝັ້ນຄົງ ໂດຍສະເພາະໃນຂອບຂອງຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຊາຍແດນທົ່ວໄປ ລາວ-ໄທ ທີ່ມີການຮ່ວມມືກັນຢ່າງໃກ້ຊິດ ໃນອານາຄົດອັນໃກ້ນີ້ຈະມີການປະຊຸມກອງເລຂາເພື່ອ ກະກຽມໃຫ້ແກ່ກອງປະຊຸມ JBC ຄັ້ງທີ່ 23 ໃນເດືອນທັນວາ 2016 ເຊິ່ງໄທຈະເປັນ ເຈົ້າພາບ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດແລະກຳນົດທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ.

ທ່ານທູດຍັງຕີລາຄາສູງຕໍ່ການພົວພັນຂອງສອງຊາດກໍ່ຄືສອງກອງທັບລາວ-ໄທທີ່ນັບມື້ພັດທະນາຢ່າງຕໍ່ເນື່ອງບົນພື້ນຖານຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນເປັນການປະກອບສ່ວນເຮັດໃຫ້ສະພາບຊາຍແດນຂອງ ສອງປະເທດມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນຂອງສອງປະເທດຢູ່ລຽບຊາຍແດນໄດ້ໄປມາຫາສູ່ເປັນປົກກະຕິ, ພ້ອມທັງສະແດງຄວາມຂອບໃຈທີ່ກອງທັບບົກໄທໄດ້ໃຫ້ການຊ່ວຍເຫຼືອກອງທັບລາວຕະຫລອດມາລວມທັງການໃຫ້ທືນດ້ານສຶກສາ, ວຽກງານການແພດ, ການຊ່ວຍ ເຫຼືອຝຶກຊ້ອມດ້ານການກູ້ໄພພິບັດແລະມະນຸດສະທຳຕະຫລອດຮອດການແລກປ່ຽນການຢ້ຽມຢາມ ເຊິ່ງ ກັນແລະກັນໃນລະດັບການນຳຂັ້ນສູງ ແລະ ເຫຼົ່າທັບດ້ວຍກັນຢ່າງເປັນປະຈຳ.

ໃນໂອກາດນີ້ ທ່ານທູດໄດ້ເນັ້ນຢ້ຳຄືນເຖິງແນວທາງນະໂຍບາຍການຕ່າງປະເທດຂອງ ສ.ປ.ປ ລາວ ແລະ ການພົວພັນຮ່ວມມືຢ່າງສະເໜີຕົ້ນສະເໝີປາຍ ໂດຍສະເພາະຕໍ່ກຸ່ມຄົນທີ່ບໍ່ຫວັງດີຕໍ່ການພົວພັນລາວ-ໄທ ແລະ ທ່ານທູດຍັງແຈ້ງໃຫ້ ທ່ານພົນເອກສະເຫຼີມໄຊສິດທິສາດ ຊາບວ່າໃນອານາຄົດຈະໄດ້ມີແຜນໄປຢ້ຽມຢາມແມ່ທັບພາກ2 ແລະ ພາກ3 ທີ່ຢູ່ຕາມຈັງຫວັດຊາຍແດນລາວ-ໄທ.

  ທ່ານພົນເອກສະເຫຼີມໄຊສິດທິສາດໄດ້ສະແດງຄວາມຂອບໃຈ ແລະ ຍິນດີຕໍ່ມິດຕະພາບ ທີ່ລາວ ມີໃຫ້ກັບປະເທດໄທ ແລະ ຢືນຢັນວ່າກອງທັບບົກໄທຈະບໍ່ຍອມໃຫ້ປະເທດໃດມາໃຊ້ດິນແດນໄທເປັນ ຖານເພື່ອກໍ່ຄວາມບໍ່ສະຫງົບໃນປະເທດເພື່ອນບ້ານຢ່າງເດັດຂາດ.

  ໃນວັນທີ 24 ພະຈິກທີ່ຜ່ານມານີ້, ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍຮອງທີ່ປຶກສາທູດຝ່າຍທະຫານ ຍັງໄດ້ເຂົ້າຢ້ຽມຢາມ ພົບປະທ່ານ ພົນເອກ ໄຊຊານ ຊ້າງມົງຄຸນ ເພື່ອຊົມເຊີຍເນື່ອງໃນໂອກາດເຂົ້າຮັບຕຳ     ແໜ່ງໃໝ່ເປັນຫົວໜ້າຫ້ອງການກະຊວງປ້ອງກັນປະເທດຄົນໃໝ່ອີກດ້ວຍ.

   ໃນໂອກາດການພົບປະນີ້, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບເຖິງຄວາມຄືບໜ້າຂອງການຮ່ວມມື ຂອງສອງກອງທັບ ພ້ອມທັງຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ແຕກດອກອອກຜົນຕື່ມອີກ. ທ່ານ ພົນເອກ ໄຊຊານ ຊ້າງມົງຄຸນ ຍັງຖືໂອກາດນີ້ກ່າວສະແດງຄວາມຂອບ ມາຍັງກອງທັບປົດປ່ອຍປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອຸ່ນແກ່ຄະນະຜູ້ແທນຂັ້ນສູງກອງທັບໄທທີ່ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ທີ່ນະຄອນຫຼວງວຽງຈັນ ໃນຕົ້ນເດືອນທີ່ຜ່ານມາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484352
ມື້ນີ້56
ມື້ວານ273
ອາທິດນີ້790
ເດືອນນີ້3657