ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີຕ່າງປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບ

 

HE Japan

 

 

ໃນວັນ​ທີ 23 ພຶດສະພາ 2016, ທີ່ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​​ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ​ທ່ານ Hiroyuki Kishino,​​ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ​ເນື່ອງ​ໃນ​ໂອກາດ​ທີ່ ທ່ານ​ ສະ​ເຫຼີມ​ໄຊ ກົມມະ​ສິດ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ​ ​ແຫ່ງ ສປປ ລາວ ຄົນ​ໃໝ່. ​ໃນ​ໂອກາດ​ດັ່ງກ່າວ, ທ່ານທູດກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ທ່ານລັດຖະມົນຕີຕ່າງປະເທດ ຈົ່ງໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ຂອງ​ຕົນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນສຳເລັດ ແຫ່ງການສ້າງສາພັດທະນາປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທູດລາວ, ຍິນດີໃຫ້ການສະໜັບສະໜູນ ສປປ ລາວໃນການເປັນປະທານອາຊຽນ, ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່ການ​ພົວພັນ​ຮ່ວມ​ມື​ທີ່ມີໝາກຜົນ​ອັນ​ດີ ລະຫວ່າງ ​ລາວ-ຍີ່ປຸ່ນ ແລະ ຈະສືບຕໍ່ພົວພັນຮ່ວມມືກັບ ສປປ ລາວ ​ເພື່ອເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ ​ແລະ ຍີ່ປຸ່ນ.

 

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ຕ່າງປະ​ເທດ ກໍ​ໄດ້​ຕີ​ລາຄາ​ລາ​ສູງຕໍ່ສາຍພົວພັນ​​ແບບຄູ່ຮ່ວມມືຍຸດທະສາດລະຫວ່າງສປປລາວແລະ ຍີ່ປຸ່ນທີ່ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດຢັ້ງ, ເປັນ​ຕົ້ນ​ແມ່ນການ​ພົວ​ພັນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງ​ຄົ​ມ. ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ ​ທ່ານ​ທູດ ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ໃນ​ລະ​ຫວ່າງວັນ​ທີ 4 - 5 ພຶດ​ສະ​ພາ​ 2016 ຜ່ານ​ມາ. ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໄດ້​​ສືບຕໍ່ໃຫ້ການຊ່ວຍເຫລືອແກ່ ລາວໂດຍສະເພາະແມ່ນບັນດາໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ເຊິ່ໄດ້ປະກອບສ່ວນສຳຄັນໃນການພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດຂອງລາວຢ່າງມີປະສິດທິຜົນ. ຫວັງ​ຢ່າງ​ຍິ່ງ​ວ່າທ່ານທູດຈະສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ລວມທັງການສືບຕໍ່ຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຈາກຍີ່ປຸ່ນເຂົ້າມາໃນ ລາວ ໃຫ້ເພີ່ມຂຶ້ນ, ບັນດາໂຄງການ ODA, ການຈັດສົ່ງຊ່ຽວຊານ-ອາສາສະໝັກຍີ່ປຸ່ນ ແລະ ການຮ່ວມມືດ້ານການສຶກສາ-ວັດທະນະທຳ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490703
ມື້ນີ້23
ມື້ວານ233
ອາທິດນີ້228
ເດືອນນີ້4096