ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມປະຊຸມເວທີປຶກສາຫາລື ແດນລີ (Delhi Dialogue) ຄັ້ງທີ 10, ພາຍໃຕ້ຫົວຂໍ້ "ສົ່ງເສີມທ່າແຮງການຮ່ວມມືທາງທະເລ ລະຫວ່າງ ອາຊຽນ ແລະ ອິນເດຍ" ເຊິ່ງໄດ້ຈັດຂຶ້ນໃນວັນທີ 19-20 ກໍລະກົດ 2018, ທີ່ ນິວແດນລີ, ອິນເດຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຜູ້ແທນຂັ້ນສູງຈາກບັນດາແຂວງພາກຕາເວັນອອກສຽງເຫນືອຂອງອິນເດຍ, ຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກອາຊຽນ, ຜູ້ຊົງຄຸນວຸດທິ, ສາດສະດາຈານ, ນັກຄົ້ນວ້າຈາກສະຖາບັນ ແລະ ມະຫາ ວິທະຍາໄລຕ່າງໆພາຍໃນ ອິນເດຍ ແລະ ພາກພື້ນ ເຊິ່ງໄດ້ພ້ອມກັນປຶກສາຫາລື ຕໍ່ຫລາຍບັນຫາທີ່ສຳຄັນ ເຊິ່ງຈະປະກອບສ່ວນໃຫ້ແກ່ການສົ່ງເສີມການຮ່ວມມື ລະຫວ່າງສອງຝ່າຍເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືທາງທະເລ ລະຫວ່າງ ອາຊຽນ ແລະ ອິນເດຍ. ກອງປະຊຸມໄດ້ປຶກສາຫາລືຕໍ່ຫລາຍຫົວຂໍ້ທີ່ພົ້ນເດັ່ນຄື: ການສົ່ງເສີມສາຍພົວພັນ ແລະ ມູນເຊື້ອດ້ານວັດທະນະທຳ-ສັງຄົມ, ການສົ່ງເສີມການຄ້າ, ການລົງທຶນ, ແລະ ເທັກໂນໂລຢີ, ການສົ່ງເສີມວິສາຫະກິດຂະຫນາດກາງ ແລະ ນ້ອຍ, ການສົ່ງເສີມການທ່ອງທ່ຽວ, ການສ້າງຕົວເມືອງທັນສະໄໝ ແລະ ລະບຽບການຄ້າໃນການຮ່ວມມືທາງທະເລ. ໃນໄລຍະດຽວກັນ, ທ່ານ ພົງສະຫວັນ ສີສຸລາດ, ຫົວຫນ້າກົມອາຊຽນ ແລະ ຄະນະກໍ່ໄດ້ເຂົ້າກອງປະຊຸມສຳມະນາ ກ່ຽວກັບ ເສດຖະກິດສີຟ້າ (Blue Economy) ຄັ້ງທີ 2 ເຊິ່ງ ກອງປະຊຸມໄດ້ເນັ້ນໃສ່ ການປຶກສາຫາລື ກ່ຽວກັບ ໂອກາດການຮ່ວມມືລະຫວ່າງ ອາຊຽນ ແລະ ອິນເດຍ ໃນການຈັດຕັ້ງປະຕິບັດແນວຄວາມຄິດເສດຖະກິດສີຟ້າ ໃຫ້ປະກົດຜົນເປັນຈິງ ເຊິ່ງຈະເປັນພື້ນຖານໃຫ້ແກ່ການຮ່ວມມືທາງທະເລທີ່ຍືນຍົງ ລະຫວ່າງ ອາຊຽນ ແລະ ອິນເດຍ ໃນຕໍ່ຫນ້າ.
ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ການເຊື່ອມຈອດໃນພາກພື້ນ ເພື່ອສ້າງເງື່ອນໄຂໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ, ແລະ ການພັດທະນາໃນພາກພື້ນ. ພ້ອມດຽວກັນ, ກໍ່ໄດ້ຍົກໃຫ້ເຫັນເຖິງຜົນກະທົບຕໍ່ສິ່ງແວດລ້ອມທີ່ອາດຈະຕາມມາ. ນອກຈາກນີ້, ກໍ່ໄດ້ຊຸກຍູ້ໃຫ້ຝ່າຍອິນເດຍສືບຕໍ່ເລັ່ງລັດໂຄງການເຊື່ອມຈອດທາງບົກກັບອາຊຽນໂດຍສະເພາະແມ່ນໂຄງສ້າງທາງຫລວງ 2 ເສັ້ນຄື: ໂຄງການທາງຫລວງສາມຝ່າຍລະຫວ່າງ ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ ມາຍັງ ລາວ, ກຳປູເຈຍ ແລະ ຫວຽດນາມ; ແລະ ໂຄງການການສ້າງທາງຫລວງ ອິນເດຍ-ມຽນມາ-ລາວ-ຫວຽດນາມ-ກຳປູເຈຍ.
ກອງປະຊຸມເວທີປຶກສາຫາລື ແດນລີ ເປັນເວທີ ເຄິ່ງທາງການ (1.5 Track) ເຊິ່ງໄດ້ຈັດຂື້ນທຸກໆປີ. ສປປ ລາວ ໄດ້ຖືກເຊີນເຂົ້າຮ່ວມເວທີນີ້ຢ່າງເປັນປະຈຳ.
ໃນວັນທີ 06 ກໍລະກົດ 2018, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ III, ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ. ພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 02 ພຶດສະພາ 2018, ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ທ່ານ ຮສ ສະໝຸດທອງ ສົມພານິດ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າກົມ, ຮອງກົມຕ່າງໆ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມຈຳນວນ 40 ທ່ານ, ຍິງ 16 ທ່ານ, ຜູ້ເຂົ້າຮ່ວມພິທີລວມທັງໝົດ 70 ກວ່າທ່ານ.
ໃນຕອນເຊົ້າຂອງວັນທີ 06 ກໍລະກົດ 2018 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ Siren Gjerme Eriksen, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກນອກແວ, ເນື່ອງໃນໂອກາດທີ່ທ່ານສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ນອກແວ ປະຈຳ ສປປ ລາວ, ທີ່ມີສຳນັກງານຕັ້ງຢູ່ຮ່າໂນ້ຍ, ສສ ຫວຽດນາມ.