ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ III, ຂອງກະຊວງການຕ່າງປະເທດ ແລະ ຄຕພ

phi t pit

ໃນວັນທີ 06 ກໍລະກົດ 2018, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ III, ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ. ພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 02 ພຶດສະພາ 2018, ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ທ່ານ ຮສ ສະໝຸດທອງ ສົມພານິດ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າກົມ, ຮອງກົມຕ່າງໆ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມຈຳນວນ 40 ທ່ານ, ຍິງ 16 ທ່ານ, ຜູ້ເຂົ້າຮ່ວມພິທີລວມທັງໝົດ 70 ກວ່າທ່ານ.

ໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຜູ້ເຂົ້າຝຶກອົບຮົມ ຈົ່ງເອົາໃຈໃສ່ສືບຕໍ່ນຳເອົາບົດຮຽນ ແລະ ຄວາມຮັບຮູ້ທີ່ຖອດຖອນໄດ້ຈາກການຝຶກອົບຮົມນີ້, ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຜົນສຳເລັດ, ມີຄຸນນະພາບ ແລະ ມີປະສິດທິຜົນສູງສຸດ. ໂດຍສະເພາະເປັນພະນັກງານຫຼັກແຫຼ່ງຜູ້ສືບທອດ ຕ້ອງໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການຄົ້ນຄວ້າບັນດາເນື້ອໃນເອກະສານການເມືອງ, ເຊື່ອມຊືມເນື້ອແທ້ທິດສະດີມາກ-ເລນິນ, ກຳແໜ້ນແນວທາງນະໂຍບາຍ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ Xຂອງພັກປະຊາຊົນປະຕິວັດລາວ ວາງອອກໃຫ້ເລິກເຊິ່ງ.

ໃນການຝຶກອົບຮົມໃນຊຸດທີ III ນີ້, ແມ່ນໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ແລກປ່ຽນບົດຮຽນປະສົບການ, ສົນທະນາກັນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ຜູ້ເຂົ້າຝຶກອົບຮົມສາມາດຮຽນຮູ້ ແລະ ເຂົ້າໃຈເນື້ອໃນ ແລະ ຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງກ່ຽວກັບ ຫຼັກວິຊາປັດຊະຍາ, ເສດຖະສາດການເມືອງ, ຫຼັກມູນລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະ ການກໍ່ສ້າງພັກ. ນອກຈາກຄົ້ນຄວ້າຮ່ຳຮຽນທິດສະດີ ແລະ ພຶດຕິກຳຕົວຈິງແລ້ວ, ຜູ້ເຂົ້າຝຶກອົບຮົມຍັງໄດ້ເຄື່ອນໄຫວທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາເສດຖະກິດປະເທດ ຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ແລະ ສະຖານທີ່ສຳຄັນທາງປະຫວັດສາດ, ຫໍພິພິທະພັນ ແລະ ເຄື່ອນໄຫວກິດຈະກຳກິລາ ຮ່ວມກັບພາກສ່ວນຕ່າງໆ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485717
ມື້ນີ້16
ມື້ວານ206
ອາທິດນີ້753
ເດືອນນີ້5022