ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດນອກແວ ເຂົ້າຢ້ຽມອຳລາ

 

AbidFarewellNorway

 

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 06 ກໍລະກົດ 2018 ​ນີ້, ທີ່ກະຊວງ​ການ​ຕ່າງປະ​ເທດ,​ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​​ໄດ້ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ​ທ່ານ ນາງ Siren Gjerme Eriksen, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ​ຣາຊະອານາຈັກນອກແວ, ​ເນື່ອງ​ໃນ​ໂອກາດ​ທີ່ທ່ານ​ສຳ​ເລັດ​ການ​ປະຕິບັດ​ໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ ແຫ່ງ ​​ຣາຊະອານາຈັກ ນອກແວ ປະຈຳ ສປປ ລາວ, ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ຮ່າ​ໂນ້ຍ, ສສ ຫວຽດນາມ.

ໃນ​ໂອກາດ​ນີ້, ​ທ່ານ​ຮອງລັດ​ມົນຕີກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ຂອງ​ທ່ານ​ທູດ​ຕະຫລອດ​ໄລຍະການ​ມາ​ດຳລົງ​ຕຳ​ແໜ່​ງ​ເປັນເອກ​ອັກຄະ​ລັດຖະທູດ ແຫ່ງ​ ​​ຣາຊະອານາຈັກ ນອກແວ ປະຈຳ ສປປ ລາວ, ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄວາມ​ພະຍາຍາມ​ຂອງ​ທ່ານທູດ ​ໃນ​ການ​ຊຸກຍູ້ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ ​ແລະ ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ລາວ-​ນອກແວ ​ໃຫ້​ເກີດດອກອອກຜົນຂຶ້ນ​ເລື້ອຍໆ. ທ່ານ​ຮອງລັດຖະມົນຕີ ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ສະໜັບ​ສະ​ຫນູນ ​ແລະ ການ​ຊ່ວຍ​ເຫລືອ​ຂອງ​ລັດຖະບານ ແລະ ປະຊາຊົນ ​ນອກແວ ​ເຂົ້າ​ໃນ​ຂົງ​ເຂດວຽກ​ງານ​​ຕ່າງໆຂອງ ສປປ ລາວ, ​ເປັນ​ຕົ້ນ​ແມ່ນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການພັດທະນາສະຖາບັນ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ການພັດທະນາສັງຄົມ, ການສຶກສາ ແລະ ສາທາ ລະນະສຸກຂັ້ນພື້ນຖານ, ການພັດທະນາຊັບພະຍາກອນມະນຸດ, ສະໜັບສະໜູນສະຖາບັນຂອງລັດ ແລະ ການສ້າງ ຂີດຄວາມສາມາດໃຫ້ແກ່ສະຖາບັນກົດໝາຍ, ພະລັງງານໄຟຟ້ານໍ້າຕົກ, ຊຶ່ງນອກແວເປັນປະເທດທຳອິດທີ່ໄດ້ເຂົ້າມາ ຊ່ວຍເຫຼືອສ້າງເຂື່ອນໄຟຟ້າຢູ່ ສປປ ລາວ, ໂດຍສະເພາະແມ່ນ ໂຄງການເຂື່ອນໄຟຟ້າ ເທີນຫີນບູນ ພ້ອມກັນນັ້ນກໍ່ຍັງມີ ໂຄງການເກັບກູ້ລະເບີດບໍ່ທັນແຕກ, ຊຶ່ງ​ໄດ້​ປະກອບສ່ວນຢ່າງ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ສປປ ລາວ.​ ໃນຂະນະດຽວກັນນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືຊ່ອງທາງເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທັງໃນຂອບສອງຝ່າຍ ກໍ່ຄືຫຼາຍຝ່າຍ, ລວມທັງໃນຂອບອາຊຽນ ທີ່ມີມາ ແລ້ວໃຫ້ເຂັ້ມແຂງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍກໍ່ໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.

          ໃນຕອນທ້າຍ, ​ທ່ານຮອງ​​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ໄດ້​ອວຍພອນ​ໃຫ້​ທ່ານ​ທູດ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ທຸກປະການໃນ​ໜ້າ​ທີ່​​ໃໝ່ຂອງຕົນ ​ແລະ ​ເດີນທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480387
ມື້ນີ້45
ມື້ວານ172
ອາທິດນີ້785
ເດືອນນີ້6618