ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 39 ສໍາລັບພະນັງານກະຊວງການຕ່າງປະເທດ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ

IFAE39a

 

IFAE39b

 

IFAE39c

 

IFAE39d

 

ໃນວັນທີ 15 ມິຖຸນາ 2018, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດການບຳລຸງພາສາອັງກິດ ຊຸດທີ 39 ໃຫ້ພະນັກງານກະຊວງການຕ່າງປະເທດ, ບັນດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ຈຳນວນ 50 ທ່ານ (ໃນນີ້ມີພະນັກງານຍິງ 21 ທ່ານ), ໄດ້ສໍາເລັດການບໍາລຸງຍົກລະດັບຄວາມຮູ້ພາສາອັງກິດ, ໄລຍະເວລາ 6 ເດືອນ, ເຊິ່ງໄດ້ດໍາເນີນມາແຕ່ວັນທີ 15 ມັງກອນ 2018 ເປັນຕົ້ນມາ ແລະ ໄດ້ສໍາເລັດລົງໃນວັນທີ 15 ມິຖຸນາ 2018.

 

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານພິທີປິດໃນຄັ້ງນີ້, ມີບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆຂອງກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຫຼາຍກວ່າ 90 ທ່ານ.

 

ທ່ານ ນ. ພິມພາ ແກ້ວມີໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນສຳເລັດຂອງຊຸດຮຽນ, ເຊິ່ງໄດ້ຕີລາຄາວ່າ ຊຸດຮຽນດັ່ງກ່າວແມ່ນໄດ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ຍົກໃຫ້ເຫັນວ່າ ຜູ້ເຂົ້າຮ່ວມບຳລຸງພາສາອັງກິດໃນຊຸດນີ້ ສາມາດຍົກລະດັບພາສາອັງກິດໄດ້ໃນລະດັບທີ່ດີພໍສົມຄວນ ເປັນຕົ້ນ ການສົນທະນາ, ການນຳສະເໜີບົດ, ການຂີດຂຽນ ແລະ ການຟັງ ເພື່ອນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຂອງຕົນຢ່າງເຕັມສ່ວນ.

 

ໃນພິທີດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ປະທານພິທີ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ ທີ່ສຳເລັດການບຳລຸງພາສາອັງກິດຄັ້ງນີ້, ໂດຍໄດ້ເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນ ຕໍ່ກັບການຍົກລະດັບພາສາຕ່າງປະເທດ ແລະ ວິຊາສະເພາະ, ເພື່ອເປັນເຄື່ອງມືໃນການພົວພັນຮ່ວມມືກັບສາກົນ ໃນໄລຍະໃໝ່, ໂດຍເລັ່ງໃສ່ປະຕິບັດແຜນບຸກທະລຸ 4 ດ້ານ ທີ່ ພັກ-ລັດ ວາງອອກ ໃນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ X. ສະນັ້ນ, ການຍົກລະດັບພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈຳເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາໃຫ້ແກ່ພະນັກງານລັດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດນຳໃຊ້ໄດ້ໃນເວທີສາກົນ ເຊັ່ນ: ເຂົ້າຮ່ວມກອງປະຊຸມສາກົນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ກອງປະຊຸມສຳມະນາຖອດຖອນບົດຮຽນໃນຫົວຂໍ້ຕ່າງໆ ລວມທັງການຂຽນບົດ ຫຼື ເອກະສານທາງການຕ່າງໆ.

 

ນອກຈາກນີ້, ທາງຄະນະຮັບຜິດຊອບຊຸດບຳລຸງພາສາອັງກິດຂອງສະຖາບັນການຕ່າງປະເທດ ຍັງໄດ້ສ້າງກິດຈະກຳການເຄື່ອນໄຫວນອກຫຼັກສູດ ໂດຍນຳພາຜູ້ເຂົ້າຮຽນໄປທັດສະນະສຶກສາສູນຢ້ຽມຢາມ ຂໍ້ມູນ-ຂ່າວສານຄົນພິການ (COPE), ຢ້ຽມຊົມສູນພັດທະນາແມ່ຍິງພິການລາວ ແລະ ເຂດເສດຖະກິດສະເພາະບຶງທາດຫຼວງ, ແລະ ຢ້ຽມຢາມເຂື່ອນໄຟຟ້ານໍ້າມັງ 3 ແລະ ຈັດການແຂ່ງຂັນກິລາຕ່າງໆ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ຜູ້ເຂົ້າຮ່ວມບຳລຸງພາສາອັງກິດ ແລະ ພາກສ່ວນອື່ນໆໃຫ້ແໜ້ນແຟ້ນກວ່າເກົ່າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484509
ມື້ນີ້25
ມື້ວານ188
ອາທິດນີ້947
ເດືອນນີ້3814