ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ (ASEAN Regional Forum Senior Officials’ Meeting), ໃນວັນທີ 7 ມິຖຸນາ 2018, ທີ່ ສິງກະໂປ.
ກອງປະຊຸມຄັ້ງນີ້ ໄດ້ຮັບຊາບຜົນຂອງການຈັດຕັ້ງປະຕິບັດບັນດາກອງປະຊຸມ ແລະ ກິດຈະກໍາເວທີພາກພື້ນອາຊຽນ ຊຶ່ງຖືກຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອງເວທີພາກພື້ນອາຊຽນ ຄັ້ງທີ 24 ທີ່ ຟີລິບປິນ ໃນປີ 2017 ແລະ ໄດ້ຮັບຮອງເອົາບັນດາກິດຈະກໍາ ສໍາລັບ ສົກປີ 2018-2019 ພາຍໃຕ້ຂອບການຮ່ວມມືຂອງເວທີພາກພື້ນອາຊຽນ ດ້ານການບັນເທົາທຸກໄພພິບັດ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ຄວາມໝັ້ນຄົງທາງທະເລ, ການບໍ່ແຜ່ຜາຍ ແລະ ການຫຼຸດຜ່ອນອາວຸດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ຊຶ່ງເປັນກິດຈະກໍາທີ່ແນໃສ່ການສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ລະຫວ່າງ ຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ ແລະ ເພື່ອປະກອບສ່ວນໃຫ້ແກ່ຄວາມພະຍາຍາມໃນການສົ່ງເສີມ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນອາຊີ-ປາຊີຟິກ ກໍຄືໃນໂລກ.
ພ້ອມນີ້, ກອງປະຊຸມ ກໍໄດ້ເຫັນດີຕໍ່ຂໍ້ສະເໜີຂອງ ສປປ ລາວ ທີ່ຈະເປັນປະທານຮ່ວມກອງປະຊຸມກາງສະໄໝເວທີພາກພື້ນອາຊຽນວ່າດ້ວຍການບັນເທົາທຸກໄພພິບັດສຳລັບ 2 ປີຂ້າງໜ້າຄື 2018-2019 ແລະ 2019-2020.
ໃນຕອນທ້າຍ, ກອງປະຊຸມກໍໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ: ໄພພິບັດທໍາມະຊາດ, ການກໍ່ການຮ້າຍ, ການຄ້າມະນຸດ ແລະ ອາຊະຍາກໍາຂ້າມຊາດອື່ນໆ, ລວມທັງສະພາບການ ແລະ ບັນຫາທີ່ພົ້ນເດັ່ນຕ່າງໆທີ່ເກີດຂື້ນໃນພາກພື້ນ ແລະ ສາກົນ ເຊັ່ນ: ສະພາບການຢູ່ຕາເວັນອອກກາງ, ແຫລມເກົາຫລີ, ທະເລຈີນໃຕ້ ແລະ ອື່ນໆ. ໃນນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ຕີລາຄາສູງຕໍ່ສະພາບການຢູ່ແຫຼມເກົາຫຼີໃນປະຈຸບັນ ໂດຍສະເພາະການປັບປຸງການພົວພັນລະຫວ່າງສອງເກົາຫຼີ, ການທຳລາຍສະຖານທີ່ທົດລອງນິວເຄລຍຊຶ່ງເຫັນວ່ານີ້ແມ່ນບາດກ້າວສຳຄັນເພື່ອກ້າວໄປສູ່ການສ້າງແຫຼມເກົາຫຼີໃຫ້ເປັນເຂດປອດອາວຸດນິວເຄລຍ ແລະ ເປັນເຂດສັນຕິພາບ.